ການປ້ອງກັນພະຍາດ
  1.  ຮັກສາຄວາມສະອາດບໍລິເວນທີ່ລ້ຽງຫ່ານ ບໍ່ປ່ອຍໃຫ້ບໍລິເວນທີ່ລ້ຽງນັ້ນປຽກ, ພາຊະນະທີ່ໃສນໍ້າ ແລະ ອາຫານຕ້ອງລ້າງໃຫ້ສະອາດຢູ່ສະເໝີ.
  2.  ອາຫານທີ່ໃຊ້ລ້ຽງຕ້ອງເປັນອາຫານທີ່ໃໝ່ ແລະ ຄຸນນະພາບດີ, ນໍ້າທີ່ໃຫ້ກິນກໍ່ຕ້ອງສະອາດ.
  3.  ຄວນຈັດໃຫ້ມີພາຊະນະທີ່ໃສ່ນໍ້າຢາຂ້າເຊື້ອຕັ້ງໄວ້ ເພື່ອໃຫ້ບຸກຄົນພາຍນອກຈຸ່ມຕີນ ກ່ອນຈະເຂົ້າບໍລິເວນທີ່ລ້ຽງຫ່ານ.
  4.  ບໍ່ເອົາຫ່ານຈາກບ່ອນອື່ນມາລ້ຽງລວມກັບຫ່ານທີ່ລ້ຽງໄວ້ກ່ອນແລ້ວ ຄວນຂັງໄວ້ເບີ່ງອາການກ່ອນປະມານ 15 ວັນ.
  5.  ຖ້າມີຫ່ານຕິດພະຍາດອ່ອນແອ ໃຫ້ຮີບຮ້ອນແຍກລ້ຽງໄວ້ຕ່າງຫາກ ປຶກສາສັດຕະວະແພດກ່ຽວກັບການຮັກສາ ຖ້າມີຫ່ານຕາຍຕ້ອງຝັງຢ່າງຮອບຄອບ ຫຼື ເຜົາທຳລາຍຖີ້ມ, ຫ້າມເອົາໄປໂຍນຖິ້ມ ຫຼື ໃຫ້ສັດອື່ນກິນ.
  6.  ປຶກສາສັດຕະວະແພດກ່ຽວກັບການສີດວັກຊິນປ້ອງກັນພະຍາດ ແລະ ການຖ່າຍພະຍາດ.

ການປະກອບສ່ວນ