ການລ້ຽງຫ່ານຮາມ
ຫຼັງຈາກທີ່ລູກຫ່ານມີອາຍຸ 3 ອາທິດແລ້ວ ອາຫານທີ່ໃຊ້ລ້ຽງຄວນເປັນອາຫານທີ່ມີໂປຕິນປະມານ 17-18% ຫຼື ອາດຈະໃຊ້ອາຫານສຳເລັດຮູບສຳລັບໄກ່ຮາມກໍ່ໄດ້ ແລະ ຄວນໃຫ້ຫ່ານຮາມໄດ້ກິນຫຍ້າສົດໂດຍໄວເທົ່າທີ່ຈະເປັນໄປໄດ້ໂດຍຄ່ອຍໆປ່ອຍໃຫ້ຫ່ານແອບກິນຫຍ້າເອງ ແລ້ວຈັດອາຫານເສີມໄວ້ໃຫ້ກິນໃນຕອນແລງ ວັນລະປະມານ 100-150 ກຼາມຕໍ່ໂຕ, ໃນບ່ອນທີ່ປ່ອຍຫ່ານໄປຄວນມີຮົ່ມໄມ້ໃຫ້ຊົນແດດ, ຖ້າສາມາດປູກຫຍ້າສຳລັບຫ່ານໄດ້ໂດຍສະເພາະຍິ່ງເປັນການດີ ອີກທັງຍັງປະຫຍັດຕົ້ນທຶນ ຫ່ານມັກກິນຫຍ້າທີ່ຕົ້ນອ່ອນ ແລະ ນຸ້ມ, ສວນຫຍ້າທີ່ໄດ້ຮັບການບຳລຸງເປັນຢ່າງດີ ເນື້ອທີ່ 1 ໄລ່ ສາມາດລ້ຽງຫ່ານໄດ້ 30-50 ໂຕ.

ການປະກອບສ່ວນ