ການສ່ອງໄຂ່ໃນລະຫວ່າງຟັກ.
ການສ່ອງໄຂ່ຫ່ານ ຄືການກວດເບີ່ງວ່າໄຂ່ໜ່ວຍໃດມີເຊື້ອ ຫລື ບໍ່ມີເຊື້ອ, ການສ່ອງໄຂ່ຄວນເຮັດໃນຫ້ອງມືດໂດຍໃຊ້ແນວສ່ອງໄຂ່ເບິ່ງ ຫລື ຈະຈັບໄຂ່ມາສ່ອງກັບແສງສະຫວ່າງເບີ່ງກໍ່ໄດ້, ຄວນສ່ອງເບີ່ງໄຂ່ 2 ຄັ້ງ, ຄັ້ງທີ່ໜື່ງເມື່ອຟັກໄຂ່ໄປໄດ້ແລ້ວ 10 ວັນ ແລະ ຄັ້ງທີ່ສອງ ເມື່ອຄົບ 28 ວັນ ຫລື ເຫລືອອີກ 3 ວັນກ່ອນກຳນົດອອກເປັນໂຕ. ເມື່ອສ່ອງໄຂ່ເບິ່ງຄັ້ງທີ່ໜື່ງພົບວ່າໄຂ່ບໍ່ມີເຊື້ອ ຫລື ເຊື້ອຕາຍ ຈະຕ້ອງນຳອອກໄປຈາກຕູ້ຟັກໄຂ່ໃຫ້ໝົດເພື່ອບໍ່ໃຫ້ກະທົບກະເທື່ອນຕໍ່ການຟັກອອກຂອງໄຂ່ມີເຊື້ອ, ໄຂ່ບໍ່ມີເຊື້ອຈະເບີ່ງເຫັນຄືໄຂ່ທຳມະດາ, ໄຂ່ເຊື້ອຕາຍຈະປະກົດເປັນຈຸດດຳຕິດຢູ່ກັບເຍື້້ອເປືອກໄຂ່ເຊິ່ງຈະມີວົງເລືອດປະກົດໃຫ້ເຫັນ, ສ່ວນໄຂ່ມີເຊື້ອ ແລະ ກຳລັງຈະເລີນເຕີບໃຫ່ຍຈະເຫັນເປັນຈຸດດ່າງດຳ ທີ່ສ່ວນທ້າຍຂອງໄຂ່ໃກ້ກັບຊ່ອງອາກາດ ແລະ ມີເສັ້ນເລືອດກະຈາຍອອກໄປຮອບໆຈາກຈຸດນີ້.
ໃນການສ່ອງໄຂ່ຄັ້ງທີ່ສອງ ເມື່ອຟັກໄຂ່ໄປແລ້ວ 28 ວັນ ຫລື ເຫລືອອີກ 3 ວັນກ່ອນກຳນົດອອກເປັນໂຕ ໄຂ່ທີ່ເຊື້ອຍັງດີຢູ່ ແລະ ກຳລັງຈະອອກເປັນໂຕຈະປະກົດເປັນສີດຳ ທຶບໄປໝົດ ຍົກເວັ້ນສ່ວນທີ່ເປັນຊ່ອງອາກາດຈະເບີ່ງເຫັນການເຄື່ອນໄຫວຂອງລູກຫ່ານທີ່ກຳລັງຈະອອກດ້ວຍ, ອັດຕາການຟັກອອກເປັນໂຕຂອງໄຂ່ຫ່ານ ໄຂ່ທີ່ເກັບໃນໄລຍະແລກຂອງການໃຫ້ໄຂ່ຈະຟັກອອກເປັນໂຕດີທີ່ສຸດ ແລ້ວຄ່ອຍໆຫຼຸດລົງເລື້ອຍໆຕາມໄລຍະຂອງການໃຫ້ໄຂ່ ເຊິ່ງສະເລ່ຍຕະຫຼອດລະດູການໃຫ້ໄຂ່ອັດຕາການຟັກອອກປະມານ 66%.

ການປະກອບສ່ວນ