ໄລຍະເວລາຟັກໄຂ່
   1.  ຫ່ານພັນທົ່ວໆໄປ 31-32 ວັນ.
   2.  ຫ່ານພັນການາດາ ແລະ ພັນອິຢິບຊຽນ 35 ວັນ.
•  ວິທີການຟັກໄຂ່ຫ່ານ ມີ 3 ວິທີຄື:
   1.  ໃຊ້ແມ່ໄກ່ຟັກ ແມ່ໄກໂຕໜື່ງສາມາດຟັກໄຂ່ຫ່ານໄດ້ຄັ້ງລະ 4-5 ໜ່ວຍ.
   2.  ໃຊ້ແມ່ຫ່ານຟັກ ແມ່ຫ່ານໂຕໜື່ງຟັກໄຂ່ຫ່ານໄດ້ຄັ້ງລະ 7-8 ໜ່ວຍ.
ວິທີຟັກໄຂ່ 2 ວິທີດັ່ງທີ່ກ່າວມາຂ້າງເທິງນັ້ນ ຈະຕ້ອງເຮັດຮັງຟັກໄຂ່ສຳລັບໃຫ້ແມ່ໄກ່ ຫລື ແມ່ຫ່ານກົກໄຂ່, ພື້ນຮັງໄຂ່ຄວນຮອງດ້ວຍຫຍ້າແຫ້ງ ຫລື ເຟືອງ, ກ່ອນໃຫ້ແມ່ໄກ່ ຫລື ແມ່ຫ່ານຟັກໄຂ່ຈະຕ້ອງເຮັດການກຳຈັດໄຮ ຫລື ເຫົາ ຕາມໂຕເສຍກ່ອນ ຮັງຟັກໄຂ່ຄວນຈະຢູ່ໃກ້ທີ່ໃຫ້ອາຫານ ແລະ ນໍ້າ ແລະ ຄວນວາງເທິງພື້ນດິນ ເພາະຈະເປັນການຊ່ວຍໃຫ້ມີຄວາມຊຸ່ມຫຼາຍຂຶ້ນຢູ່ໃນບ່ອນທີ່ແມ່ໄກ່ ຫລື ແມ່ຫ່ານ ບໍ່ຖືກລົບກວນໃນລະຫວ່າງການຟັກໄຂ່, ຖ້າປິ້ນໄຂ່ວັນລະ 3-4 ຄັ້ງ ກໍ່ຈະເປັນຜົນດີ ຄວນເຮັດເຄື່ອງໝາຍຕາມດ້ານລວງຍາວຂອງໜ່ວຍໄຂ່ໄວ້ປ້ອງກັນການສັບສົນ, ການປິ້ນໄຂ່ໃຫ້ປິ້ນກັບ 180 ອົງສາ ໂດຍປິ້ນກັບເອົາດ້ານກົງກັນຂ້າມຂຶ້ນ.
   3.  ໃຊ້ຕູ້ຟັກ ຫຼື ທີ່ເອີ້ນວ່າການຟັກແບບວິທະຍາສາດ ໄຂ່ທີ່ຈະນຳມາຟັກ ຖ້າເກັບໄວ້ໃນຫ້ອງເກັບໄຂ່ທີ່ຄວບຄຸມອຸນຫະພູມ ເມື່ອຈະນຳເຂົ້າຟັກຈະຕ້ອງເອົາມາວາງໄວ້ໃນຫ້ອງປົກກະຕິກ່ອນເພື່ອໃຫ້ໄຂ່ມີອຸນຫະພູມສູງຂຶ້ນ ຈຶ່ງຄ່ອຍເອົາເຂົ້າຕູ້ຟັກ ຖ້າບໍ່ດັ່ງນັ້ນອຸນຫະພູມໃນຕູ້ຟັກໄຂ່ຈະຫຼຸດລົງຫລາຍ, ການວາງໄຂ່ໃນຖາດຟັກ ໃຫ້ວາງໄຂ່ໃນແນວນອນຕາມຄວາມຍາວຂອງໜ່ວຍໄຂ່ ແລະ ຄວນເຮັດເຄື່ອງໝາຍທີ່ໜ່ວຍໄຂ່ເພື່ອຄວາມສະດວກໃນການປິ້ນໄຂ່ກັບ, ອຸນຫະພູມຕູ້ຟັກໄຂ່ຄວນຕັ້ງໄວ້ທີ່ 37,5 ອົງສາເຊວຊຽດ ຫລື 99,5-99,7 ອົງສາຟາເລັນຮາຍ ໃນຊ່ວງ 25-28 ວັນທຳອິດ ຄວາມຊຸ່ມສຳພັນຂອງຕູ້ຟັກປະມານ 57-62%(ປາຫຼອດຕຸ້ມປຽກປະມານ 30-31 ອົງສາເຊວຊຽດ) ແລະ ຄວນຈະພົມໄຂ່ດ້ວຍນໍ້າອຸ່ນອາທິດລະ 2 ຄັ້ງ ໄດ້ມີຜູ້ແນະນຳໄວ້ວ່າ ໃນການຟັກໄຂ່ຫ່ານໄດ້ຜົນດີນັ້ນ ຄວນຈະເອົາຖາດໄຂ່ອອກມາວາງ ທາງນອກຕູ້ຟັກພົມໄຂ່ດ້ວຍອຸ່ນເປັນຝອຍໆ ຕັ້ງຖິ້ມໄວ້ຈັກ 10-15 ນາທີ ແລ້ວຈຶ່ງນໍາກັບເຂົ້າຕູ້ຟັກລະຫວ່າງຊ່ວງເປັນໂຕ, ຊ່ວງທີ່ລູກຫ່ານຈະເລີ່ມເຈາະເປືອກໄຂ່ ຄວນຈະເພີ່ມຄວາມຊຸ່ມໃຫ້ສູງຂຶ້ນເຖິງ 73-79% (ປາຫຼອດຕຸ້ມປຽກປະມານ 32,7-33,8 ອົງສາເຊວຊຽດ) ຄວາມຊຸ່ມສູງໃນຊ່ວງນີ້ຈະຊ່ວຍເຮັດໃຫ້ເຍື້ອຫຸ້ມເປືອກໄຂ່ນຸ້ມ ເປັນການງ່າຍສຳລັບລູກຫ່ານຈະໄດ້ເຈາະອອກມາ.

ການປະກອບສ່ວນ