ການຈຳແນກເພດຂອງຫ່ານ
ກວດເບິ່ງເພດລູກຫ່ານໄດ້ດ້ວຍວິທີຄື:
  1. ປີ້ນເບີ່ງກົ້ນເຊິ່ງຄືກັບວິທີເບິ່ງເພດລູກເປັດ ວິທີນີ້ສາມາດເບິ່ງເພດລູກຫ່ານໄດ້ເມື່ອາຍຸ 1-2 ວັນ ໂດຍໃຊ້ນິ້ວໂປ້ມືຊ້າຍກົດເໜືອທະວານເບື້ອງເທິງແລ້ວໃຊ້ນີ້ວໂປ້ມືຂວາກົດປີ້ນທະວານ ຖ້າເປັນລູກຫ່ານໂຕຜູ້ຈະເຫັນເດືອຍນ້ອຍໆຄ້າຍເຂັມໝຸດໂຜ່ອອກມາ ສ່ວນໂຕແມ່ບໍ່ມີເດືອຍໂຜ່ອອກມາ.
   2. ເບີ່ງປີກເມື່ອລູກຫ່ານອາຍຸປະມານ 3-4 ວັນ ຈະສັງເກດໄດ້ໂດຍເບິ່ງປົມທີ່ຂໍ້ສອກດ້ານໃນປີກ ຖ້າເປັນໂຕຜູ້ປົມຈະໃຫ່ຍມີສີດຳ ລັກສະນະຍາວ ບໍ່ມີຂົນປົກຫຸ້ມ ມີຂະໜາດເທົ່າປາຍສໍດຳ ເບິ່ງເຫັນໄດ້ຊັດເຈນ, ແຕ່ຖ້າເປັນລູກຫ່ານໂຕແມ່ ຈະບໍ່ມີປົມ ຫລື ມີກໍ່ຂະໜາດນ້ອຍ ມີຂົນປົກຫຸ້ມຈົນເບິ່ງບໍເຫັນ.
   3.  ເບິ່ງຂົນ ວິທີນີ້ໃຊ້ເບິ່ງໄດ້ໃນຫ່ານພັນພິລກຣິມ ແລະ ພັນເອັນເດັນເທົ່ານັ້ນຄື: ລູກຫ່ານພັນພິລກຣິມ ໂຕຜູ້ຈະມີສີຄາມອ່ອນໆ ເກືອບຂາວແຕ່ລູກຫ່ານໂຕແມ່ຈະມີສີເທົາ, ສ່ວນລູກຫ່ານພັນເອັນເດັນໂຕຜູ້ຈະມີສີຂາວຫລາຍປົນກັບສີເທົ່າອ່ອນພຽງໜ້ອຍດຽວ ສ່ວນໂຕແມ່ຈະມີສີເທົາຫລາຍປົນສີຂາວໜ້ອຍ.

ເມື່ອລູກຫ່ານໃຫ່ຍແລ້ວຈົນເປັນຫ່ານຮາມຈະສັງເກດລັກສະນະເພດໄດ້ດັ່ງນີ້:
   1.  ວິທີເບິ່ງອະໄວຍະວະເພດ ໂດຍຈັບຫ່ານວາງເທິງໂຕະ ຫລື ວາງໄວ້ຂາຜູ້ຈັບ ໃຫ້ຫາງຫ່ານຊີ້ອອກໄປຈາກໂຕຜູ້ຈັບ ແລ້ວໃຊ້ນິ້ວຊີ້ ເຊິ່ງທາວັດສະລິນສອດເຂົ້າໄປໃນຮູທະວານເລິກປະມານເຄີ່ງນິ້ວວົນຮອບໆທະວານຫຼາຍຄັ້ງ ຫລັງຈາກນັ້ນຄ່ອຍໆກົດດ້ານລຸ່ມເໜືອດ້ານຂ້າງຂອງທະວານ ຫາກເປັນໂຕຜູ້ອະໄວຍະວະເພດເຊິ່ງມີລັກສະນະຄ້າຍກຽວເປີດຈຸກກັອກໂຜ່ອອກມາໃຫ້ເຫັນ.
   2.  ວິທີຟັງສຽງ ໃນຫ່ານທີ່ໃຫ່ຍເຕັມໄວແລ້ວ ຫ່ານໂຕຜູ້ຈະມີສຽງແຫບຕໍ່າ ສ່ວນໂຕແມ່ຈະມີສຽງໃສກ້ອງກັງວານຊັດເຈນ.
   3.  ວິທີເບີ່ງລັກສະນະຮູບຮ່າງ ໃນຫ່ານອາຍຸເທົ່າກັນ ຫ່ານໂຕຜູ້ຈະສັງເກດໄດ້ຈາກລັກສະນະຮູບຮ່າງ ເຊິ່ງມີລຳໂຕຍາວ, ຄໍຍາວ ແລະ ໜາ ອີກທັງຂະໜາດໂຕໃຫ່ຍກວ່າ.

https://pasusat.com/%E0%B8%AB%E0%B9%88%E0%B8%B2%E0%B8%99/
ລັກສະນະຂອງຫ່ານໂຕຜູ້ ແລະ ໂຕແມ່ https://pasusat.com

 

ການປະກອບສ່ວນ