ການລ້ຽງຫ່ານຊີ້ນ
ປົກກະຕິແລ້ວເມື່ອຫ່ານມີອາຍຸປະມານ 4-5 ເດືອນກໍ່ຈັບຂາຍແລ້ວ, ປະມານ 4 ອາທິດ ກ່ອນຈະຈັບຂາຍ ຄວນຫຼຸດອາຫານທີ່ມີີໂປຕິນລົງເຫຼືອປະມານ 14% ຫຼື ໃຫ້ອາຫານໄກ່ຊີ້ນໃນຊ່ວງສຸດທ້າຍກໍ່ໄດ້ຫ່ານຮາມທັງໂຕຜູ້ ແລະ ແມ່ ທີ່ບໍ່ໄດ້ຄັດໄວ້ສຳລັບເຮັດພໍ່ແມ່ພັນ ຄວນເອົາມາລ້ຽງຂຸນເພື່ອຂາຍເປັນຫ່ານຊີ້ນ, ໃນຊ່ວງ 4 ອາທິດນີ້ຄວນຈັບຫ່ານຂັງໄວ້ໃນຄອກບໍ່ຕ້ອງປ່ອຍໄປຫາກິນເອງ ຄວນຕັດຫຍ້າມາໃຫ້ກິນໃນຄອກ ເພື່ອຫ່ານຈະໄດ້ມີນໍ້າໜັກໂຕເພີ່ມຂື້ນໄວ, ຊີ້ນມີຄຸນນະພາບດີ ວິທີຂຸນອາດຈະແບ່ງເປັນ:
   1. ຂຸນຂັງຄອກນ້ອຍ ຈັບຫ່ານຂັງຄອກປະມານ 20-25 ໂຕຕໍ່ຄອກ ມີພື້ນທີ່ຂະໜາດໃຫ້ພໍຢູ່ໄດ້ສະບາຍໆ, ມີວັດສະດຸຮອງພື້ນຄອກ,ໃຫ້ອາຫານກິນວັນລະ 3 ຄັ້ງ ມີນໍ້າໃຫ້ກິນຕະຫຼອດເວລາ ແລະ ມີເຂົ້າເປືອກ, ສາລີ, ຫຍ້າສົດ, ເສດຜັກ ທີ່ບໍ່ມີສານຜິດຕົກຄ້າງໃຫ້ຫ່ານກິນນຳ.
   2. ຂຸນເປັນຝູງໃຫຍ່ ຝຸງລະ 100 ໂຕຂຶ້ນໄປ ຊຶ່ງອາດໃຊ້ວິທີດຽວກັນກັບການລ້ຽງໄກ່ກໍ່ໄດ້ ໂດຍໃຊ້ໂຮງເຮືອນແບບດຽວກັນ, ມີວັດສະດຸຮອງພື້ນ ຫຼື ຈະໃຊ້ເປັນພື້ນລວດຕາຂ່າຍກໍ່ໄດ້, ອາຫານທີ່ໃຊ້ຂຸນຈະໃຊ້ອາຫານໄຂ່ຊ່ວງສຸດທ້າຍ ຫຼື ປະສົມເອງກໍ່ໄດ້ ພ້ອມທັງມີນໍ້າໃຫ້ກິນ ຫຼື ອາດຈະໃຊ້ວິທີຂຸນໃນທົ່ງຫຍ້າໂດຍສະເພາະ ແລະ ມີອາຫານປະສົມເສີມໃຫ້ກິນ ຊຶ່ງຈະເປັນການຊ່ວຍໃຫ້ໄລຍະການຂຸນສັ້ນເຂົ້າ.

ການປະກອບສ່ວນ