ຄອກສຳລັບລ້ຽງຫ່ານ
ປົກກະຕິແລ້ວຄອກສຳລັບລ້ຽງຫ່ານໃຫຍ່ບໍ່ຄ່ອຍຈຳເປັນປານໃດ, ນອກຈາກລູກຫ່ານໃນໄລຍະແລກເກີດ ຄວນຈະມີຄອກລ້ຽງເປັນສັດສ່ວນ ອາດຈະສ້າງເປັນຄອກນ້ອຍໆສຳລັບໃຊ້ລ້ຽງຫ່ານ ໂດຍທົ່ວໄປກໍ່ໄດ້ເຊັ່ນ: ຄອກລ້ຽງໄກ່ ຫຼື ເປັດ ແຕ່ຫາກຈະປະຫຍັດ ຫລື ຫຼຸດຕົ້ນທຶນ ອາດຈະຂັ້ນບໍລິເວນກ້ອງລ່າງເຮືອນ ຫຼື ບໍລິເວນເດີ່ນບ້ານ ໃຊ້ສັງກະສີ ຫຼື ລວດຕາໜ່າງສູງ 1 ແມັດ ລ້ອມກໍ່ໄດ້ເພື່ອສະດວກຕໍ່ການເຄື່ອນຍ້າຍ ຫຼື ປ່ຽນສະຖານທີ່, ສິ່ງສຳຄັນພື້ນຄອກຈະຕ້ອງແຫ້ງ ມີສິ່ງຮອງພື້ນໜາພໍສົມຄວນ, ການລ້ຽງປ່ອຍຄວນມີຮົ່ມໄມ້ໄວ້ໃຫ້ຫ່ານຊົນແດດ.
ຄວາມຕ້ອງການພື້ນທີ່ລ້ຽງຂອງຫ່ານຂະໜາດຕ່າງໆ
   •  ລູກຫ່ານ ອາຍຸ 1 ອາທິດ ຄວນຈັດໃຫ້ມີພື້ນທີ 1/2-3/4 ຕາລາງຟຸດ/ໂຕ.
   •  ລູກຫ່ານ ອາຍຸ 2 ອາທິດ ຄວນຈັດໃຫ້ມີພື້ນທີ 1-1 1/2 ຕາລາງຟຸດ/ໂຕ.
   •  ລູກຫ່ານ ອາຍຸ 2 ອາທິດຂຶ້ນໄປຢ່າງໜ້ອຍ 2 ຕາລາງຟຸດ/ໂຕ  ແຕ່ຄວນປ່ອຍອິດສະຫຼະອອກລ້ຽງໃນທົ່ງຫຍ້າ
ການລ້ຽງຫ່ານອາດຈະແບ່ງອອກເປັນ 3 ຈຸດປະສົງຄື:
   1. ການລ້ຽງຫ່ານເພື່ອຜະລິດໄຂ່ ບໍ່ຄ່ອຍເປັນທີ່ນິຍົມຫລາຍປານໃດເນື່ອງຈາກຫ່ານໄຂ່ບໍ່ຫຼາຍ ເພາະໃຫ້ໄຂ່ປີລະ 4-5 ເທື່ອ, ເທື່ອລະ 7-10 ໜ່ວຍເທົ່ານັັ້ນ.
   2. ການລ້ຽງຫ່ານເພື່ອຂະຫຍາຍພັນ ໂດຍທົ່ວໄປແລ້ວຫ່ານທີ່ລ້ຽງເພື່ອຂະຫຍາຍພັນຈະເປັນຫານທີ່ມີອາຍຸຕັ້ງແຕ່ 1 ປີຂຶ້ນໄປ ເຊິ່ງໃນຊ່ວງການໃຫ້ໄຂ່ປີທີ 2 ແລະ ປີທີ 3 ຫ່ານຈະໃຫ້ໄຂ່ດີ.
   3. ການລ້ຽງຫ່ານຊີ້ນ ເພື່ອຂາຍຊີ້ນ ຫ່ານກະທົງ ອາຍຸລະຫວ່າງ 2 - 4 ເດືອນ ຫ່ານທີ່ໃຊ້ລ້ຽງເປັນຫ່ານຊີ້ນຄວນຈະເລີນເຕີບໃຫ່ຍໄວ ມີຂົນສີຂາວ ແລະ ມີຂົນຂຶ້ນເຕັມ.
ວິທີລ້ຽງຫ່ານຊີ້ນ ເຮັດໄດ້ 2 ວິທີຄື:
   • ຊື້ໄຂ່ມາຟັກເອງ ເຊິ່ງຂ້ອນຂ້າງຫຍຸ້ງຍາກໜ້ອຍໜື່ງ ແລະ ຕ້ອງຮູ້ຈັກວິທີການ.
   • ຊື້ລູກຫ່ານມາລ້ຽງ ເຊິ່ງເປັນວິທີທີ່ສະດວກກວ່າ.

ການປະກອບສ່ວນ