ການຄັດເລືອກຫ່ານປະສົມພັນ
ຫຼັກການໃຫ່ຍໆທີ່ໃຊ້ພິຈາລະນາໃນການຄັດເລືອກຫ່ານສຳລັບປະສົມພັນຄື:
   1.  ນໍ້າໜັກໂຕ.
   2.  ຄວາມກ້ວາງຂອງໜ້າເອິກ.
   3.  ຄວາມຍາວ ແລະ ຂະໜາດລຳຄໍຂອງຫ່ານ ຖ້າຄໍຍາວພໍດີ ຮຽວນ້ອຍບໍ່ໜາເກີນໄປ ສ່ວນຫລາຍຈະເປັນຫ່ານໄຂ່ດົກ.
   4.  ອັດຕາການຈະເລີນເຕີບໃຫ່ຍ.
   5.  ສີຂອງຂົນ
   6.  ຄວາມມີອາຍຸຍືນຍາວ
   7.  ການໃຫ້ໄຂ່
   8.  ຄວາມຍາວຂອງກະດູກສັນຫຼັງ
   9.  ຄວາມອຸດົມສົມບູນໃນການສຶບພັນ
   10. ການຟັກອອກເປັນໂຕ.
ນອກຈາກນັ້ນລັກສະນະທີ່ສຳຄັນຂອງຫ່ານພໍ່ພັນທີ່ຈະຕ້ອງພິຈາລະນາກໍ່ຄື: ມີລັກສະນະແຂງແຮງ, ຂໍ້ຂາແຂງແຮງ, ຄຸມຝູງເກັ່ງ, ມີຄວາມກະຕືລືລົ້ນໃນການປະສົມພັນ, ອັດຕາສ່ວນຂອງໂຕຜູ້ ແລະ ໂຕເມຍໃນການປະສົມພັນ ສຳລັບຫ່ານພັນໜັກໂຕຜູ້ໜື່ງໂຕໃຊ້ຄຸມຝູງປະສົມພັນໂຕເເມ່ 2-3 ໂຕ, ສ່ວນຫ່ານພັນເບົາ ໂຕຜູ້ໜື່ງໂຕໃຊ້ຄຸມຝູງໂຕແມ່ 4-5 ໂຕ ຫ່ານທີ່ລ້ຽງເພື່ອໃຊ້ເຮັດພັນ ບໍ່ຕ້ອງເລັ່ງໃຫ້ໃຫ່ຍ ພຽງແຕ່ປ່ອຍໃຫ້ຫາອາຫານກິນຕາມທົ່ງຫຍ້າຢ່າງເຕັມທີ ໃຫ້ກິນຫຍ້າສົດ, ພືດຕະກູນຖົ່ວ ຫຼື ຜັກສົດອື່ນໆ ຢ່າງພຽງພໍ ແລະ ມີນໍ້າສະອາດໃຫ້ກິນຕະຫຼອດເວລາ ຫຼື ຖ້າຈະຂັງໄວ້ໃນຄອກກໍ່ຄວນມີພື້ນທີ່ກວ້າງ ເພື່ອຫ່ານຈະໄດ້ຍ່າງຫຼີ້ນ, ຄວນມີອາຫານປະສົມເສີມໃຫ້ກິນມື້ລະນ້ອຍກໍພຽງພໍແລ້ວ.

ການປະກອບສ່ວນ