ການຈັດການ ແລະ ການລ້ຽງລູກຫ່ານ
ຫາກອາກາດບໍ່ໜາວ ຫລື ໃນລະຫວ່າງຊ່ວງອາກາດຮ້ອນການກົກລູກຫ່ານ ຈະກົກສະເພາະໃນເວລາກາງຄືນເທົ່ານັ້ນ ຊຶ່ງຈະກົກປະມານ 2-3 ອາທິດ ຖ້າໃຊ້ແມ່ໄກ່ ຫລື ແມ່ຫ່ານກົກ ຊຶ່ງເປັນການກົກແບບທຳມະຊາດ ກໍ່ບໍ່ມີບັນຫາແຕ່ຢ່າງໃດ, ແມ່ໄກ່ໂຕໜື່ງຈະກົກລູກຫ່ານໄດ້ປະມານ 4-5 ໂຕ, ສ່ວນແມ່ຫ່ານຈະກົກລູກຫ່ານໄດ້ປະມານ 7-8 ໂຕ ຖ້າມີລູກຫ່ານເກີດໃຫມ່ຈຳນວນຫຼາຍ ກໍ່ຄວນໃຊ້ວິທີແບບວິທະຍາສາດ ຊຶ່ງອາດຈະໃຊ້:
   1. ການໃຊ້ກະຕຽງກົກ: ກະຕຽງ 1 ອັນຈະໃຊ້ກົກລູກຫ່ານໄດ້ປະມານ 13-35 ໂຕ, ຄວນໃຊ້ສັງກະສີເຮັດເປັນວົງອ້ອມກັ້ນເພື່ອບໍ່ໃຫ້ລູກຫ່ານຖືກກະຕຽງ ແລະ ມີວົງອ້ອມດ້ານນອກກັ້ນບໍ່ໃຫ້ລູກຫ່ານອອກໄປໄກກະຕຽງຊຶ່ງເປັນແຫຼ່ງໃຫ້ຄວາມຮ້ອນ.
   2. ການໃຊ້ເຄື່ອງກົກ: ຊຶ່ງອາດຈະໃຊ້ໄຟຟ້າ ຫລື ໃຊ້ ແກສ໌ກໍ່ໄດ້ ແຕ່ໂດຍທົ່ວໄປແລ້ວນິຍົມໃຊ້ໄຟຟ້າອາດຈະເປັນລັກສະນະກົງກົກ ຫລື ເປັນລັກສະນແບບຝາຊີກໍ່ໄດ້ ກົງກົກຂະໜາດກວ້າງ 1 ແມັດ ຍາວ 2 ແມັດ ໃຊ້ກົກລູກຫ່ານໄດ້ປະມານ 50-70 ໂຕ, ຖ້າເປັນແບບເຄື່ອງກົກຝາຊີ ຊຶ່ງກົກລູກໄກ່ໄດ້ 500 ໂຕ ກໍ່ຈະໃຊ້ກົກລູກຫ່ານໄດ້ 250 ໂຕ ໃນການໃຊ້ເຄື່ອງກົກລູກຫ່ານຈະຕ້ອງສັງເກດການສະແດງອອກຂອງລູກຫ່ານເປັນໂຕຊີ້ໃຫ້ຮູ້ວ່າ ຄວາມຮ້ອນທີ່ໃຊ້ກົກເໝາະສົມຫຼືບໍ່ ເຊັ່ນ: ລູກຫ່ານບຽດກັນຢູ່ ແລະ ສົ່ງສຽງດັງສະແດງວ່າຄວາມຮ້ອນບໍ່ພຽງພໍ ຫຼື ລູກຫ່ານຢືນອ້າປາກ ກາງປີກອອກ ສະແດງວ່າຄວາມຮ້ອນຫຼາຍເກີນໄປ.

ໂຮງເຮືອນ ຫຼື ສະຖານທີ່ ໃນການໃຊ້ກົກລູກຫ່ານ ພື້ນຈະຕ້ອງແຫ້ງ ມີແສງສະຫວ່າງພຽງພໍ, ສະອາດ, ອາກາດຖ່າຍເທໄດ້ດີ ແລະ ສາມາດປ້ອງກັນບໍ່ໃຫ້ໝາ ແມວ ແລະ ໜູ ເຂົ້າໄປຫາລູກຫ່ານໄດ້. ຈາກຊ່ວງແລກເກີດເຖິງອາຍຸ 3 ອາທິດ ອາດຈະໃຊ້ອາຫານລູກໄກ່ສຳເລັດຮູບກໍ່ໄດ້ ຫຼື ຫາກປະສົມອາຫານເອງ ຈະຕ້ອງໃຫ້ມີຈຳນວນໂປຕິນປະມານ 20-22% ແລະ ປະສົມນໍ້າພໍໝາດໆໃຫ້ກິນກໍ່ໄດ້, ຖ້າຈະໃຊ້ຮາງນໍ້າ ຫລື ຮາງອາຫານທີ່ໃຊ້ລ້ຽງລູກໄກ່ກໍ່ໄດ້, ແຕ່ຄວນຈັດໃຫ້ມີພື້ນທີ່ຂອບຮາງນໍ້າ ສຳລັບລູກຫ່ານ 1 ໂຕ ຍ່າງໜ້ອຍ 3/4 ນິ້ວ ແລະ ຂອບຮາງອາຫານ 1/2 ນິ້ວ, ຕັ້ງແຕ່ແລກເກີດຈົນເຖິງ 24-28 ຊົ່ວໂມງ ບໍ່ຕ້ອງໃຫ້ອາຫາານລູກຫ່ານ ຫຼັງຈາກນັ້ນຈຶ່ງເລິ່ມໃຫ້ອາຫານ ຄວນໃຫ້ອາຫານກິນເລື້ອຍໆ ວັນລະປະມານ 3-5 ຄັ້ງ, ແຕ່ລະຄັ້ງທີ່ໃຫ້ກໍຄວນພໍດີ ບໍ່ຫລາຍໃຫ້ເກີນໄປ ໂດຍສະເລ່ຍລູກນົກກິນອາຫານວັນລະປະມານ 10% ຂອງນໍ້າໜັກໂຕ, ມີນໍ້າສະອາດໃຫ້ກິນຕະຫຼອດເວລາ.

ການປະກອບສ່ວນ