ການປະສົມພັນ
ການປະສົມພັນຂອງຫ່ານຄວນປ່ອຍໃຫ້ປະສົມພັນເອງຕາມທຳມະຊາດ ຫຼື ຖ້າຫ່ານໄດ້ປະສົມພັນກັນໃນນໍ້າຈະຊ່ວຍໃຫ້ເປີເຊັນໄຂ່ມີເຊື້ອດີຂຶ້ນ, ການປະສົມພັນແບບຝູງໃຫ່ຍປະມານ 25-50 ໂຕ ບໍ່ຄວນເຮັດເພາະນອກຈາກຫ່ານພໍ່ພັນຈະຕີກັນເອງ ແລ້ວຍັງຈະເຮັດໃຫ້ການໄຂ່ຂອງຫ່ານແມ່ພັນຫຼຸດໜ້ອຍລົງ, ໃນໄລຍະທຳອິດຈະພົບວ່າການປະສົມພັນຂອງຫ່ານມັນເປັນໄປຢ່າງລ່າຊ້າ ແລະ ລຳບາກຈົນກວ່າໂຕຜູ້ ແລະ ໂຕແມ່ຈະຄຸ້ນເຄີຍກັນ ແລະ ຖ້າມີຄວາມຈຳເປັນຕ້ອງປ່ຽນພໍ່ພັນ ຫຼື ແມ່ພັນ ຄວນແຍກຫ່ານໂຕເກົ່າອອກໄປໃຫ້ໄກ ເພາະຈະເຮັດໃຫ້ຫ່ານໂຕເກົ່າ ແລະ ໂຕໃໝ່ຕີກັນ ຫຼື ສົ່ງສຽງຮ້ອງອາດເຮັດໃຫ້ຫ່ານໂຕໃໝ່ທີ່ປ່ຽນເຂົ້າໄປມີຄວາມຢ້ານ ດັ່ງນັ້ນ ຖ້າບໍ່ມີຄວາມຈຳເປັນ ບໍ່ຄວນປ່ຽນພໍ່ພັນ ນອກຈາກຫ່ານມີອາຍຸຫຼາຍເກີນໄປ ຕາມປົກກະຕິແລ້ວຫ່ານພໍ່ພັນສາມາດໃຊ້ປະສົມພັນໄດ້ເຖິງອາຍຸຈະເກີນ 5 ປີໄປແລ້ວກໍ່ຕາມ.

ການປະກອບສ່ວນ