ພະຍາດ ແລະ ວິທີປ້ອງກັນ

ພະຍາດ ສາເຫດ ອາການ ການປ້ອງກັນ ການປີ່ນປົວ
ແມ່ທ້ອງກົມ ຈາກພະຍາດຮີມອນຄຸດ ຈ່ອຍຜອມ, ຂົນແຫ້ງ, ຂີ້ເຈັບທ້ອງ, ເລືອດຈາງ ແລະ ຕາຍ - ໃຊ້ລະບົບໝູນວຽນທົ່ງຫຍ້າ
- ລ່າມແບ້ບໍ່ໃຫ້ຊໍ້າບ່ອນເກົ່າ
-ຂ້າແມ່ທ້ອງທຸກ 3 ເດືອນ
- ຫຼີກເວັນທົ່ງຫຍ້າທີ່ປຽກຊຸ່ມ
- ຂ້າແມ່ທ້ອງດ້ວຍອັນເບັນດາໂຊນ, ລິວາມີໂຊນ ຫຼື ໄອເວີເມັກຕິນ
- ຈັດການທົ່ງຫຍ້າບໍ່ປ່ອຍເຂົ້າຫາກິນຢູ່ບ່ອນເກົ່າ
ແມ່ທ້ອງແປ ພະຍາດໂມນີເຊຍ ຈ່ອຍຜອມ, ຂົນແຫ້ງ, ຂີ້ເຈັບທ້ອງ, ທ້ອງຂີ້ໂພ່ນ, ຫຼັງກົ່ງ, ອາດພົບເຫັນປົ່ນນໍາຂີ້ແບ້ ແລະ ມັກເກີດກັບແບ້ອາຍຸຕໍ່າກວ່າ 6 ເດືອນ - ກຳຈັດກາຝາກພາຍນອກຄື: ເຫົາ, ໝັດ, ເຊິ່ງເປັນໂຕນຳພາພະຍາດນີ້, ຂ້າແມ່ທ້ອງທຸກ 2 ເດືອນ - ຂ້າແມ່ທ້ອງດ້ວຍດັນເບັນດາໂຊນ, ໂຢມີຊານ ຫຼື ແມນໂຊນິນ
- ຈັດການທົ່ງຫຍ້າບໍ່ໃຫ້ສັດໄປກິນບ່ອນເກົ່າ
- ຂ້າເຫົາ ຫຼື ໝັດເປັນປະຈຳ
ທ້ອງບິດ ຈາກເຊື້ອໂປຣໂຕຊົວໃນລຳໄສ້ ຂີ້ແຫຼວມີມູກປົນເລືອດ, ຈ່ອຍຜອມ, ຫຼັງໂຄງແຕ່ບໍ່ເຖິງຕາຍ

- ບໍ່ໃຫ້ທົ່ງຫຍ້າປຽກຊຸ່ມ
- ໝູນວຽນທົ່ງຫຍ້າ
- ໃຊ້ຢາແກ້ທ້ອງບິດເປັນປະຈຳ

- ໃຊ້ຢາ (ທັນທາບ) ເພື່ອໃສ່ປາກ ຫຼື ໃຫ້ກິນ
ເຫັບ ເປັນແມງໄມ້ດູດເລືອດ ຈ່ອຍຜອມ, ຂົນແຫ້ງ, ເຫງົາຊືມ

- ຢ່າໃຫ້ທົ່ງຫຍ້າທີ່ປຽກຊຸ່ມ
- ໝູນວຽນທົ່ງຫຍ້າ
- ບໍ່ລ່າມຊໍ້າບ່ອນເກົ່າ
- ອາບນ້ຳຢາເປັນປະຈຳ

ອາບນ້ຳຢາປະຈຳ 3 ເດືອນຄື: ອາຊຸນໂຕ, ເນກູວອນ
ທ້ອງເບັງ ເກີດຈາກມີແກັດສ໌ໃນກະເພາະອາຫານ ຫຼາຍເກີນໄປ ສ້ວງເບື້ອງຊ້າຍໂພງຂຶ້ນ - ບໍ່ໃຫ້ກິນພືດຕະກຸນຖົ່ວທີ່ມີຄວາມຊຸມຫຼາຍ
- ຫຼີກເວັ້ນບໍ່ໃຫ້ກິນພືດເປັນພິດເຊັ່ນ: ໃບມັນຕົ້ນດິບ
- ຖ້າທ້ອງໄຂ່ຫຼາຍຢ່າໃຫ້ນອນຕະແຄງເບື້ອງຊ້າຍ
- ກະຕຸ້ນໃຫ້ແບ້ຢືນ, ຍ່າງ
- ເຈາະສ້ວງເບື້ອງຊ້າຍດ້ວຍເຂັມ ຫຼື ຂອງແຫຼມເພື່ອໃຫ້ແກັສອອກ.
ຂາດແຮ່ທາດ ແຮ່ທາດບໍ່ພຽງພໍໂດຍສະເພາະການຊີ ແລະ ຟົດສະຟໍ ຂາຫຼັງອ່ອນ, ຄໍງ່ຽງ, ຍ່າງເປັນວົງ ອ້ອມໄປມາລົ້ມລົງນອນຕະແຄງ - ໃຫ້ແບ້ເລັຍແຮ່ທາງເປັນປະຈໍາ
- ໃຫ້ອາຫານຂຸ້ນທີ່ມີແຮ່ທາດປະສົມຢູ່ເສີມ
-ສັກຢາເຊັ່ນ: ຄາໂຕຄານຟອດເປັນຕົ້ນ
- ແຂວນກ້ອນແຮ່ທາດໃຫ້ກິນຕະຫຼອດເວລາ
- ປະສົມແຮ່ທາດລົງໃນອາຫານຂຸ້ນ
ປາກເປື່ອຍ ເຊື້ອໄວຣັດ ເກີດເປັນຕຸ່ມຂຶ້ນຕາມປາກ ແລະ ດັງ - ຖ້າແບ້ມີອາການດັ່ງກ່າວຄວນແຍກໄວ້ັຕ່າງຫາກ
- ກໍາຈັດແມງເພາະພັນເຊັ່ນ: ແມງມີ່, ແມງວັນ, ເຊິ່ງເປັນຕົວນໍາເຊື້ອ
-ໃຊ້ຢາສີມ່ວງ ຫຼື ສານລະລາຍ 5% ທາເປັນປະຈໍາມື້ລະ 2 ເທື່ອຈົນກວ່າຈະເຊົາ
- ກໍາຈັດແມງໄມ້
- ແຍກແບ້ເຈັບອອກຈາກກຸ່ມ.
ປອດບວມ ເຊື້ອແບກທີເລຍ ດັງແຫ້ງ, ໄຂ້, ຂົນຟູຂື້ນ, ເຫງົາຊືມ, ເບື່ອອາຫານ, ຫາຍໃຈຫອບ, ມີຂີ້ມູກຂຸ້ນ, ໄອ ຫຼື ຈາມເລື້ອຍໆ ປັບປຸງຄອກໃຫ້ອົບອຸ່ນ ຢ່າໃຫ້ລົມພັດ, ຝົນສາດໂດຍສະເພາະແບ້ອາຍຸ 1 ຫາ 6 ເດືອນ ໃຊ້ຢາປະຕິຊີວະນະຕິດຕໍ່ກັນ 3 ມື້ເຊັ່ນ: ໄທໂລຊິນ, ກໍແລມເຟ, ນິໂກນເຕຕະຊີກີຼນ, ໃຫ້ອາຫານເສີມເພື່ອສຸຂະພາບແຂງແຮງ
ເຕົ້ານົມອັກເສບ ເຊື້ອແບກເທີເຣຍ ເຕົ້ານົມ ແລະ ຫົວນົມອັບເສບ, ຮ້ອນ, ແດງ, ເຈັບ, ນົມຈະເປັນກ້ອນເໝັນ

- ຮັກສາຄວາມສະອາດຄອກ, ອຸປະກອນໃນການບິບນົມ ແລະ ມືຜູ້ຮີດນົມຕ້ອງສະອາດ

- ທຳລາຍແຫຼ່ງເພາະພັນແມງວັນ

ສັກຢາປະຕິດຊີວະນະເປນີສະເຕັບໂຕມາຊິນ ຕິດຕໍ່ກັນກັນ 3 ວັນ.

- ຖ້າເປັນໜັກຫຼາຍກໍ່ສີດເຂົ້າຮູນົມໂລດ

- ຮັກສາຄວາມສະອາດ ແລະ ອຸປະກອນຕ່າງໆໃຫ້ສະອາດ

ປາກເປື່ອຍລົງເລັບ ເຊື້ອໄວຣັດ ເປັນຕຸ່ມຕາມປາກ, ເອີ້ນອິີກຢ່າງໜື່ງວ່າເຈັບຕີນ, ນໍ້າລາຍໄຫຼ. ອາການເຫັນຈະແຈ້ງຄືກັບງົວ ແລະ ຄວາຍ - ສັກຢາວັກຊິນປ້ອງກັນ, ປາກເປື່ອຍທຸກໆ 6 ເດືອນ
- ດູແລຮັກສາສຸດຂະພາບສັດໃຫ້ດີ
- ໃຫ້ຢາສີມ່ວງທາມືລະເທື່ອ
- ແຍກແບ້ເຈັບອອກຈາກກຸ່ມ
- ສັກຢາປ້ອງກັນທຸກໆ 6 ເດືອນ
ເຕົ້າໂຮມເລືອດ ເຊື້ອແບກເທີເຮຍ
 
ມີໄຂ້ສູງ, ເຫງົາຊືມ, ເບື່ອອາຫານ, ຫາຍໃຈຫອບຄໍ ແລະ ຄາງບວມ, ອາດຈະມີອາການຮ້າຍແຮງກວ່າປອດປວມ ແລະ ເປັນພະຍາດຕິດຕໍ່ໄວຣັດດ້ວຍ - ສັກຢາວັກຊິນເຕົ້າໂຮມເລືອດທຸກໆ 6 ເດືອນ
- ຮັກສາອະນາໄມ ແລະ ໃຫ້ຄວາມອົບອຸ່ນ

- ແຍກແບ້ເຈັບໄວ້ຕ່າງຫາກ
- ສັກຢາປະຕິຊີວະນະຕິດຕໍ່ກັນ 3 ມື້ເຊັ່ນ: ໄທໂລຊິນ ຫຼື ເປນີຊີລີນ
- ສັກຢາປ້ອງກັນທຸກໆ 6 ເດືອນ

 

ການປະກອບສ່ວນ