ວິທີການຕອນແບ້
ແບ້ຜູ້ 1 ໂຕສາມາດຄຸມຝູງແບ້ແມ່ໄດ້ 40 ໂຕ. ດ່ັງນ້ັນຕ້ອງຕອນແບ້ຕົວຜູ້ທີ່ບໍ່ທັນເປັນພໍ່ພັນອອກໃຫ້ໝົດໃນກໍລະນີທີ່ລ້ຽງຮ່ວມກັນ, ແບ້ຕົວຜູ້ທີ່ບໍ່ໃຊ້ເປັນພໍ່ພັນ ເມື່ອຜ່ານການຕອນແລ້ວກໍ່ຈະເກີດຜົນດີຕາມມາອີກຫຼາຍດ້ານເຊັ່ນ: ຊ່ວຍຫຼຸດກິ່ນສາບຂອງຊີ້ນ, ມີນ້ຳໜັກຫຼາຍຂຶ້ນ ແລະ ຄຸນນະພາບຂອງແບ້ກໍ່ຈະດີຂຶ້ນອີກດ້ວຍການຕອນແບ້ໂດຍທົ່ວໄປມີ 4 ວິທີຄື:
- ໃຊ້ມິດຜ່າເອົາລູກອັນທະອອກທັງ 2 ຂ້າງແລ້ວໃຊ້ຢາຂ້າເຊື້ອ ແລະ ຢາຮັກສາຮອຍແຜທີ່ຜ່າໃຫ້ແຜດີໂດຍໄວ (ເປັນວີທີ ທີ່ຊາວບ້ານໃຊ້ກັນຕອນສັດທົ່ວໄປ)
- ໃຊ້ເຫຼັກເຜົາໄຟຈີ້ ຫຼື ນາບດ້ານຂ້າງນອກຂອງຖົງອັນທະ
- ໃຊ້ຢາງບ້ວງຂະໜາດນ້ອຍຮັດສ່ວນເທິງຂອງລູກອັນທະໄວ້ໃນຂະນະທີ່ລູກແບ້ຍັງນ້ອຍ (ເປັນວີທີທີ່ບໍ່ຄ່ອຍໃຊ້)
- ໃຊ້ຄີມຕອນ (ຄີມເບຣບີໂຊ) ໜີບສ່ວນເທິງຂອງຖົງອັນທະເພື່ອຕັດສາຍຮັງລູກອັນທະ ຮ່ວມທັງທໍ່ນໍ້າເຊື້ອ ວິທີນີ້ຈະເຮັດໃຫ້ທໍ່ນ້ໍາເຊື້ອຕັດຂາດ ໂດຍຖົງອັນທະ ແລະ ລູກອັນທະຍັງຄົງຢູ່ເຊິ່ງເປັນວິທີງ່າຍກວ່າ 3 ວິທີທໍາອິດ ແລະ ກໍ່ບໍ່ທໍລະມານສັດ

ການປະກອບສ່ວນ