ຫຼັກການອານາໄມທົ່ວໄປ

1. ຄອກຄວນສ້າງຂວາງຕາເວັນ ແລະ ຍົກສູງປະມານ 1 - 2 ແມັດຈາກພື້ນດິນ, ຄອກຄວນມີຫວ່າງໃຫ້ຂີ້ແບ້ລອດລົງໄດ້

2. ກ້ອງຄອກແບ້ຄວນພວນດິນໃຫ້ສູງ, ບໍ່ໃຫ້ນ້ຳຂັງແຫ້ງສະອາດໜັ່ນກວາດເອົາຂີ້ແບ້ອອກຈາກຄອກຢ່າງໜ້ອຍອາທິດລະເທື່ອ.

3. ຫຼັງຄາຄວນມຸ້ງດ້ວຍຫຍ້າຄາ ຫຼື ສັງກະສີກໍ່ໄດ້ ຫຼື ກະເບື້ອງຢ່າງດີ ບໍ່ໃຫ້ລົມ, ຝົນສາດໃສ່ແບ້

4. ຄວນປູກຕົ້ນໄມ້ໃຫ້ອາຫານສັດເປັນແຖວ ຫ່າງຈາກຄອກປະມານ 10 ກວ່າແມັດ ເພື່ອປ້ອງກັນບໍ່ໃຫ້ລົມ, ຝົນສາດໃສ່ແບ້ໃນຄອກ ແລະ ສາມາດຕັດເອົາມາເກືອແບ້ກໍ່ໄດ້.

ການປະກອບສ່ວນ