ຕົ້ນທຶນ ແລະ ຜົນຕອບແທນການລ້ຽງເພື່ອຂາຍແນວພັນ

ສຳລັບການລ້ຽງແບ້ພັນດີ ເພື່ອຂາຍແນວພັນ 1 ຊຸດ ປະກອບມີ ພໍ່ພັນ 1 ໂຕ ແລະ ແມ່ພັນ 10 ໂຕ.

ຕົ້ນທືນ: ສຳລັບການລ້ຽງແບ້ພັນດີຈຳນວນ 11 ໂຕ, ຕົ້ນທຶນໃນໄລຍະທຳອິດຈະໄດ້ແກ່ຄ່າໃຊ້ຈ່າຍກ່ຽວກັບໂຮງເຮືອນ, ອຸປະກອນ, ຄ່າພັນແບ້, ຄ່າຈັດສວນປູກຫຍ້າ, ຄ່າອາຫານເສີມ ແລະ ວັກຊິນລວມປະມານ 9,000,000 ຫາ 12,000,000 ກີບ, ໃນປີຕໍ່ໄປຈະຫຼຸດລົງເນື່ອງຈາກວ່າຈະບໍ່ໄດ້ລົງທຶນເຮັດໂຮງເຮືອນ, ອຸປະກອນ ແລະ ພັນແບ້.

ຜົນຕອບແທນ: ຈະເລີ່ມຈຳໜ່າຍແບ້ໃນປີທີ່ 2 ໄດ້ປະມານ 20-30 ຕົວ ໂດຍເປັນລູກແບ້ ອາຍຸ 1 ປີ, ມີນ້ຳໜັກປະມານ 25-30 ກິໂລ, ລາຄາຈຳໜ່າຍກິໂລລະ 35,000 ກີບ, ຂາຍໄດ້ໂຕລະ 700,000-1,000,000 ກີບ, ຈະໄດ້ຮັບຜົນຕອບແທນ 15,000,000-20,000,000 ກີບຕໍ່ປີ.

https://myagri.com.my/wp-content/uploads/2016/04/harga-kambing-Damara-Umm-Baraqah-Resources-.jpg

ຕົ້ນທືນ ແລະ ຜົນຕອບແທນອາດຈະແຕກຕ່າງກັນໄປຕ່າງແຕ່ລະແຂວງ, ອາດຈະເປັນທາງດ້ານລາຄາ ແລະ ມູນຄ່າຂອງຕົ້ນທຶນແຕ່ລະແຂວງອາດຈະແຕກຕ່າງກັນໄປ. ເມື່ອຈະລົງມືທຳການຜະລິດຕ້ອງສືກສາເສັ້ນທາງ ການຕະຫຼາດ ແລະ ຂໍ້ມູນຍຸດທະສາດຂອງແຕ່ລະແຂວງກ່ອນ.

ການປະກອບສ່ວນ