ການຄັດເລືອກສະຖານທີ່ ແລະ ການສ້າງຄອກ
ການຄັດເລືອກສະຖານທີ່

https://www.facebook.com/photo/?fbid=381682833218499&set=pcb.3483826395027905

  • ຄວນເປັນບ່ອນທີ່ນ້ຳບໍ່ຖ້ວມ ແລະ ເຂດທີ່ບໍ່ມີລົມພັດແຮງ
  • ມີບ່ອນຫາອາຫານ ແລະ ຫຍ້າໃຫ້ແບ້ກິນໄດ້ຕະຫຼອດປີ
  • ຄວນຫ່າງໄກຈາກສວນປູກພືດຊະນິດອື່ນ
  • ຄວນມີການຈັດການເນື້ອທີ່ ເພື່ອລ້ຽງແບ້ ແລະ ເນື້ອທີ່ເພື່ອປູກຝັງແຍກຈາກກັນ.
  • ມີນ້ຳສະອາດພຽງພໍໃຫ້ແບ້ໄດ້ກິນຕະຫຼອດປີ.
  • ເສັ້ນທາງສະດວກເພື່ອເຂົ້າເຖິງ
  • ເປັນບ່ອນທີ່ບໍ່ມີພະຍາດແບ້ເຄີຍລະບາດມາກ່ອນ

ການສ້າງຄອກແບ້:

https://www.facebook.com/1987Air/photos/pcb.104668458074084/104668358074094

  • ສະຖານທີ່ຄວນເອົາບ່ອນເນີນສູງພໍປະມານ ເພື່ອຫຼິກລ້ຽງນ້ຳຖ້ວມຂັງ
  • ລະດັບຄວາມສູງຂອງຄອກແບ້ປະມານ 1-1.5 ແມັດ, ອາກາດຖ່າຍເທໄດ້ດີ ແລະ ສາມາດເຂົ້າໄປອານະໄມໄດ້ງ່າຍ
  • ມີລູກຂັ້ນໄດເຮັດດ້ວຍໄມ້ ກວ້າງປະມານ 1 ແມັດ ແລະ ບໍ່ຈຳເປັນເຮັດຮາວ
  • ຫຼັງຄາມຸ້ງດ້ວຍຫຍ້າ, ສັງກະສີ ແອ້ມດ້ວຍຝາໄມ້ກໍ່ໄດ້ອີງຕາມສະພາບເງື່ອນໄຂທີ່ມີ.
  • ໃຊ້ໄມ້ທີທົນທານເພື່ອແອ້ມທັ້ງສີ່ດ້ານ ແລະ ມີສີ່ງກັນຝົນເພື່ອປ້ອງກັນບໍ່ໃຫ້ຝົນສາດເຂົ້າດ້ານໃນ
  • ໜັ່ນເບີ່ງແຍງ ແລະ ອານະໄມຄອກໃຫ້ສະອາດຢູ່ສະເໜີ ເພື່ອປ້ອງກັນການຕິດເຊື້ອພະຍາດ
  • ແບ້ແມ່ພັນຕ້ອງການເນື້ອທີ່ 1.5 ຕາແມັດຕໍ່ໂຕ ແລະ ພໍ່ພັນແມ່ນ 2 ຕາແມັດຕໍ່ໂຕ.
ການປະກອບສ່ວນ