APA 6th ed. ແບ້ / Goat. (2020, December 17). Retrieved from https://www.phakhaolao.la/kb/0000945
MLA 8th ed. ແບ້ / Goat. Pha Khao Lao, 17 December 2020, https://www.phakhaolao.la/kb/0000945.
Chicago 17th ed. Pha Khao Lao. 2020. "ແບ້ / Goat." Published December 17, 2020. https://www.phakhaolao.la/kb/0000945.
ພະຍາດ ແລະ ວິທີປ້ອງກັນ
ພະຍາດ | ສາເຫດ | ອາການ | ການປ້ອງກັນ | ການປີ່ນປົວ |
ແມ່ທ້ອງກົມ | ຈາກພະຍາດຮີມອນຄຸດ | ຈ່ອຍຜອມ, ຂົນແຫ້ງ, ຂີ້ເຈັບທ້ອງ, ເລືອດຈາງ ແລະ ຕາຍ | - ໃຊ້ລະບົບໝູນວຽນທົ່ງຫຍ້າ - ລ່າມແບ້ບໍ່ໃຫ້ຊໍ້າບ່ອນເກົ່າ -ຂ້າແມ່ທ້ອງທຸກ 3 ເດືອນ - ຫຼີກເວັນທົ່ງຫຍ້າທີ່ປຽກຊຸ່ມ |
- ຂ້າແມ່ທ້ອງດ້ວຍອັນເບັນດາໂຊນ, ລິວາມີໂຊນ ຫຼື ໄອເວີເມັກຕິນ - ຈັດການທົ່ງຫຍ້າບໍ່ປ່ອຍເຂົ້າຫາກິນຢູ່ບ່ອນເກົ່າ |
ແມ່ທ້ອງແປ | ພະຍາດໂມນີເຊຍ | ຈ່ອຍຜອມ, ຂົນແຫ້ງ, ຂີ້ເຈັບທ້ອງ, ທ້ອງຂີ້ໂພ່ນ, ຫຼັງກົ່ງ, ອາດພົບເຫັນປົ່ນນໍາຂີ້ແບ້ ແລະ ມັກເກີດກັບແບ້ອາຍຸຕໍ່າກວ່າ 6 ເດືອນ | - ກຳຈັດກາຝາກພາຍນອກຄື: ເຫົາ, ໝັດ, ເຊິ່ງເປັນໂຕນຳພາພະຍາດນີ້, ຂ້າແມ່ທ້ອງທຸກ 2 ເດືອນ | - ຂ້າແມ່ທ້ອງດ້ວຍດັນເບັນດາໂຊນ, ໂຢມີຊານ ຫຼື ແມນໂຊນິນ - ຈັດການທົ່ງຫຍ້າບໍ່ໃຫ້ສັດໄປກິນບ່ອນເກົ່າ - ຂ້າເຫົາ ຫຼື ໝັດເປັນປະຈຳ |
ທ້ອງບິດ | ຈາກເຊື້ອໂປຣໂຕຊົວໃນລຳໄສ້ | ຂີ້ແຫຼວມີມູກປົນເລືອດ, ຈ່ອຍຜອມ, ຫຼັງໂຄງແຕ່ບໍ່ເຖິງຕາຍ |
- ບໍ່ໃຫ້ທົ່ງຫຍ້າປຽກຊຸ່ມ |
- ໃຊ້ຢາ (ທັນທາບ) ເພື່ອໃສ່ປາກ ຫຼື ໃຫ້ກິນ |
ເຫັບ | ເປັນແມງໄມ້ດູດເລືອດ | ຈ່ອຍຜອມ, ຂົນແຫ້ງ, ເຫງົາຊືມ |
- ຢ່າໃຫ້ທົ່ງຫຍ້າທີ່ປຽກຊຸ່ມ |
ອາບນ້ຳຢາປະຈຳ 3 ເດືອນຄື: ອາຊຸນໂຕ, ເນກູວອນ |
ທ້ອງເບັງ | ເກີດຈາກມີແກັດສ໌ໃນກະເພາະອາຫານ ຫຼາຍເກີນໄປ | ສ້ວງເບື້ອງຊ້າຍໂພງຂຶ້ນ | - ບໍ່ໃຫ້ກິນພືດຕະກຸນຖົ່ວທີ່ມີຄວາມຊຸມຫຼາຍ - ຫຼີກເວັ້ນບໍ່ໃຫ້ກິນພືດເປັນພິດເຊັ່ນ: ໃບມັນຕົ້ນດິບ |
- ຖ້າທ້ອງໄຂ່ຫຼາຍຢ່າໃຫ້ນອນຕະແຄງເບື້ອງຊ້າຍ - ກະຕຸ້ນໃຫ້ແບ້ຢືນ, ຍ່າງ - ເຈາະສ້ວງເບື້ອງຊ້າຍດ້ວຍເຂັມ ຫຼື ຂອງແຫຼມເພື່ອໃຫ້ແກັສອອກ. |
ຂາດແຮ່ທາດ | ແຮ່ທາດບໍ່ພຽງພໍໂດຍສະເພາະການຊີ ແລະ ຟົດສະຟໍ | ຂາຫຼັງອ່ອນ, ຄໍງ່ຽງ, ຍ່າງເປັນວົງ ອ້ອມໄປມາລົ້ມລົງນອນຕະແຄງ | - ໃຫ້ແບ້ເລັຍແຮ່ທາງເປັນປະຈໍາ - ໃຫ້ອາຫານຂຸ້ນທີ່ມີແຮ່ທາດປະສົມຢູ່ເສີມ |
-ສັກຢາເຊັ່ນ: ຄາໂຕຄານຟອດເປັນຕົ້ນ - ແຂວນກ້ອນແຮ່ທາດໃຫ້ກິນຕະຫຼອດເວລາ - ປະສົມແຮ່ທາດລົງໃນອາຫານຂຸ້ນ |
ປາກເປື່ອຍ | ເຊື້ອໄວຣັດ | ເກີດເປັນຕຸ່ມຂຶ້ນຕາມປາກ ແລະ ດັງ | - ຖ້າແບ້ມີອາການດັ່ງກ່າວຄວນແຍກໄວ້ັຕ່າງຫາກ - ກໍາຈັດແມງເພາະພັນເຊັ່ນ: ແມງມີ່, ແມງວັນ, ເຊິ່ງເປັນຕົວນໍາເຊື້ອ |
-ໃຊ້ຢາສີມ່ວງ ຫຼື ສານລະລາຍ 5% ທາເປັນປະຈໍາມື້ລະ 2 ເທື່ອຈົນກວ່າຈະເຊົາ - ກໍາຈັດແມງໄມ້ - ແຍກແບ້ເຈັບອອກຈາກກຸ່ມ. |
ປອດບວມ | ເຊື້ອແບກທີເລຍ | ດັງແຫ້ງ, ໄຂ້, ຂົນຟູຂື້ນ, ເຫງົາຊືມ, ເບື່ອອາຫານ, ຫາຍໃຈຫອບ, ມີຂີ້ມູກຂຸ້ນ, ໄອ ຫຼື ຈາມເລື້ອຍໆ | ປັບປຸງຄອກໃຫ້ອົບອຸ່ນ ຢ່າໃຫ້ລົມພັດ, ຝົນສາດໂດຍສະເພາະແບ້ອາຍຸ 1 ຫາ 6 ເດືອນ | ໃຊ້ຢາປະຕິຊີວະນະຕິດຕໍ່ກັນ 3 ມື້ເຊັ່ນ: ໄທໂລຊິນ, ກໍແລມເຟ, ນິໂກນເຕຕະຊີກີຼນ, ໃຫ້ອາຫານເສີມເພື່ອສຸຂະພາບແຂງແຮງ |
ເຕົ້ານົມອັກເສບ | ເຊື້ອແບກເທີເຣຍ | ເຕົ້ານົມ ແລະ ຫົວນົມອັບເສບ, ຮ້ອນ, ແດງ, ເຈັບ, ນົມຈະເປັນກ້ອນເໝັນ |
- ຮັກສາຄວາມສະອາດຄອກ, ອຸປະກອນໃນການບິບນົມ ແລະ ມືຜູ້ຮີດນົມຕ້ອງສະອາດ - ທຳລາຍແຫຼ່ງເພາະພັນແມງວັນ |
ສັກຢາປະຕິດຊີວະນະເປນີສະເຕັບໂຕມາຊິນ ຕິດຕໍ່ກັນກັນ 3 ວັນ. - ຖ້າເປັນໜັກຫຼາຍກໍ່ສີດເຂົ້າຮູນົມໂລດ - ຮັກສາຄວາມສະອາດ ແລະ ອຸປະກອນຕ່າງໆໃຫ້ສະອາດ |
ປາກເປື່ອຍລົງເລັບ | ເຊື້ອໄວຣັດ | ເປັນຕຸ່ມຕາມປາກ, ເອີ້ນອິີກຢ່າງໜື່ງວ່າເຈັບຕີນ, ນໍ້າລາຍໄຫຼ. ອາການເຫັນຈະແຈ້ງຄືກັບງົວ ແລະ ຄວາຍ | - ສັກຢາວັກຊິນປ້ອງກັນ, ປາກເປື່ອຍທຸກໆ 6 ເດືອນ - ດູແລຮັກສາສຸດຂະພາບສັດໃຫ້ດີ |
- ໃຫ້ຢາສີມ່ວງທາມືລະເທື່ອ - ແຍກແບ້ເຈັບອອກຈາກກຸ່ມ - ສັກຢາປ້ອງກັນທຸກໆ 6 ເດືອນ |
ເຕົ້າໂຮມເລືອດ | ເຊື້ອແບກເທີເຮຍ |
ມີໄຂ້ສູງ, ເຫງົາຊືມ, ເບື່ອອາຫານ, ຫາຍໃຈຫອບຄໍ ແລະ ຄາງບວມ, ອາດຈະມີອາການຮ້າຍແຮງກວ່າປອດປວມ ແລະ ເປັນພະຍາດຕິດຕໍ່ໄວຣັດດ້ວຍ | - ສັກຢາວັກຊິນເຕົ້າໂຮມເລືອດທຸກໆ 6 ເດືອນ - ຮັກສາອະນາໄມ ແລະ ໃຫ້ຄວາມອົບອຸ່ນ |
- ແຍກແບ້ເຈັບໄວ້ຕ່າງຫາກ |