ການຄັດເລືອກແບ້ເພື່ອເປັນພໍ່ແມ່ພັນເປັນສິ່ງສຳຄັນເພາະວ່າ: ຖ້າວ່າເຮົາເລືອກແນວພັນແບ້ທີ່ບໍ່ສົມບູນ ລູກທີ່ເກິດອອກມາກໍ່ຈະບໍ່ແຂງແຮງ, ມັກເປັນພະຍາດ ແລະ ອຶ່ນໆ.

ຟາມຮ່ວມໃຈ
ແບ້ລັກສະນະດີເໝາະສົມສຳລັບພໍ່ແມ່ພັນ ຮູບພາບຈາກ ຟາມຮ່ວມໃຈ

ດັ່ງນັ້ນ, ເພື່ອຮັບປະກັນຜົນທີ່ຈະເກີດຕາມມາຈຶື່ງມີວິທີ ແລະ ຂໍ້ແນະນຳທີ່ງ່າຍດາຍສຳລັບພໍ່ແມ່ປະຊາຊົນຜູ້ທີ່ສົນໃຈຢາກລ້ຽງຄືຕ້ອງສັງເກດລັກສະນະພາຍນອກເປັນປັດໃຈທຳອິດຄືດັ່ງນີ້:
- ບໍ່ຄວນເລືອກເອົາແບ້ທີ່ບໍ່ທັນເຊົານົມ
- ຄວນເລືອກເອົາແບ້ທີ່ເຊົານົມແລ້ວປະມານ 5 ຫາ 6 ເດືອນ
- ຮູບຊົງພາຍນອກໂດຍທົ່ວໄປແມ່ນງາມຄື: ເປັນແບ້ທີ່ໃຫຍ່ກວ່າໝູ່ໃນກຸ່ມອາຍຸທີ່ເກີດພ້ອມດຽວກັນ, ເພດດຽວກັນ ແລະ ມີຄວາມແຂງແຮງ
- ຮ່າງກາຍສົມບູນ, ຂາໜ້າ ແລະ ຂາຫຼັງແຂງແຮງ ຍ່າງສະຫງ່າຜ່າເຜີຍ
- ຂາຫຼັງຕ້ອງບໍ່ງໍ ຫຼື ບໍ່ບຽດເຂົ້າຫາກັນຫຼາຍ, ກີບຕີນບໍ່ຍາວຈົນເກີນໄປ
- ໂຕທີ່ມີລູກອັນທະສົມບູນ ແລະ ຫຼັງບໍ່ແອນຫຼາຍ
- ລັກສະນະແຂງແຮງວ່ອງໄວ, ຂະຫຍັນຂັນແຂງກິນອາຫານ, ກິນເກັ່ງ, ແວວຕາສົດໃສບໍ່ເຊື່ອງຊືມ
-ແມ່ພັນຕ້ອງມາຈາກແມ່ແບ້ທີ່ດີ, ຫົວເຕົ້ານົມບໍ່ບອດ ແລະ ໃຫ້ລູກແຝດທຸກໆຄັ້ງ
- ບໍ່ເຄີຍປະກົດການແທ່ງລູກ, ເກີດລູກສະໝໍ່າສະເໝີ
- ຕ້ອງເປັນແບ້ທີ່ລ້ຽງລູກເກັ່ງ, ນິໃສດີ ແລະ ບໍ່ຮ້າຍ
-  ຫົວເຕົ້ານົມກ້ຽງ ແລະ ມີນໍ້ານົມໃຫ້ລູກພຽງພໍ

ການປະກອບສ່ວນ