ວິທີການລ້ຽງແບ້
ວິທີການລ້ຽງແບ້ມີ 4 ວີທີດ້ວຍກັນຄື:
1. ການລ້ຽງແບ້ແບບປ່ອຍໃຫ້ຫາກິນເອງ: ເປັນການລ້ຽງແບບງ່າຍດາຍ ແລະ ການລົງທຶນກໍ່ຕໍ່າ ເຊິ່ງມີ 3 ແບບຄື:
- ແບບປ່ອຍໃຫ້ກິນເອງຢ່າງອິດສະຫຼະ ແມ່ນການປ່ອຍແບ້ໄປຕາມທົ່ງຫຍ້າທໍາມະຊາດ ແບ້ຈະຫາກິນອາຫານ ແລະ ນອນພັກຕາມຮົ່ມຕະຫຼອດຫາແຫຼ່ງນ້ໍາກິນເອງ, ວິທີນີ້ຈະລ້ຽງໄດ້ໃນພື້ນທີ່ໆເໝາະສົມ ບໍ່ມີການປູກຝັກ ຫຼື ປູກພືດຊະນິດອື່ນ
- ແບບປ່ອຍໃຫ້ຫາກິນເອງແຕ່ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າຂອງແບ້ຈະຫາກິນຢ່າງອິດສະຫຼະຄືກັບວິທີທໍາອິດ ແຕ່ເຈົ້າຂອງເປັນຜູ້ຄວບຄຸມໃຫ້ຢູ່ຮ່ວມກັນເປັນຝູງພາຍໃຕ້ການຄວບຄຸມຂອງເຈົ້າຂອງແບ້, ເຈົ້າຂອງແບ້ສາມາດຄວບຄຸມ ເພື່ອໃຫ້ໄປຕາມຈຸດທີ່ຕ້ອງການ ວິທີນີ້ເຮັດໃຫ້ແບ້ຫາກິນອາຫານ ແລະ ແຫຼ່ງນ້ໍາໄດ້ດີ.
- ແບບປ່ອຍໃສ່ທົ່ງຫຍ້າ ເປັນວິທີດີກວ່າ 2 ວິທີເບື້ອງຕົ້ນ, ເຮັດຮົ້ວລ້ອມເດີ່ນໄວ້ເປັນລ໋ອກແລ້ວປ່ອຍແບ້ໃຫ້ຫາກິນຫຍ້າ, ຄວນຕ້ອງຫາພັນຫຍ້າດີໆມາປູກໄວ້ ແລະ ສ້າງແຫຼ່ງນໍ້າ. ວິທີນີ້ເໝາະສົມສໍາຫຼັບການຜະລິດເປັນສີນຄ້າ ແລະ ຂະໜາດ 1 ໄລ່ ຄວນປ່ອຍແບ້ປະມານ 5 ໂຕ.
2. ການລ້ຽງແບບຜູກລ່າມ:
- ເປັນວິທີການລ້ຽງແບບອິກໜື່ງເພາະມີເນື້ອທີ່ຈໍາກັດ ແລະ ບໍ່ໃຫ້ແບ້ໄປທໍາລາຍຜົນລະປູກ, ຜູ້ລ້ຽງຕ້ອງຫາບ່ອນມີຫຍ້າຫຼາຍພຽງພໍ, ເມື່ອຫຍ້າໝົດຄວນຈະຍ້າຍ ແລະ ໃຫ້ນໍ້າ.
- ໃຊ້ເຊືອກຍາວປະມານ 5 ແມັດ, ຜູກຄໍແບ້ ແລະ ມັດໄວ້ກັບຫຼັກ.
- ໃນແຕ່ລະວັນມີການຍ້າຍບ່ອນລ່າມຕາມຄວາມເໝາະສົມ
ວິທີນີ້ຜູ້ລ້ຽງຕ້ອງຈູງ ຫຼື ຕ້ອນແບ້ໄປຫາແຫຼ່ງນ້ຳເພື່ອໃຫ້ແບ້ໄດ້ກິນນ້ຳຢ່າງພຽງພໍ
3. ການລ້ຽງແບບຂັງຄອກ
ເປັນການລ້ຽງທີ່ຕ້ອງໄດ້ລົງທຶນສູງ ເພາະວ່າການລ້ຽງດ້ວຍວິທີຂັງຄອກນີ້ຈະຕ້ອງໄດ້ຫາອາຫານມາໃຫ້ແບ້ກິນ ແລະ ຍັງຕ້ອງມີການໃຊ້ແຮງງານໃນການໃຫ້ອາຫານ, ຕ້ອງລົງທຶນປູກຫຍ້າທີ່ມີຄຸນຄ່າທາງໂພຊະນາການເຊັ່ນ: ຫຍ້າເນເປຍ ແລະ ພືດຊະນິດອື່ນໆ ເຊັ່ນ: ຖົ່ວ, ກະຖີນ, ຕົ້ນແຄ ເພື່ອໄວ້ເປັນອາຫານເສີມ.
ນຳໃຊ້ເນື້ອທີ່ປູກຫຍ້າສຳລັບເປັນອາຫານແບ້ແມ່ນໜ້ອຍເຊື່ງຜູ້ລ້ຽງສາມາດລ້ຽງແບ້ໄດ້ຈຳນວນ 5 ໂຕຕໍ່ໄລ່
ການລ້ຽງແບ້ແບບຂັງຄອກໄດ້ ມີຜົນດີເຊັ່ນ: ແບ້ບໍ່ສາມາດໄປທຳລາຍເຄື່ອງປູກຂອງຝັງ ແລະ ກໍ່ບໍ່ລົບກວນເພື່ອນບ້ານໃກ້ຄຽງ, ບໍ່ຕິດເຊື້ອພະຍາດໄດ້ງ່າຍຄືກັບແບ້ແບບລ້ຽງປ່ອຍ
ການລ້ຽງແບບຂັງນີ້ຈະເໝາະສົມສຳລັບຜູ້ທີ່ມີທຶນ ແລະ ແຮງງານພຽງພໍທີ່ຈະລ້ຽງແບບເປັນສິນຄ້າ.
4. ການລ້ຽງແບບເຄິ່ງຂັງເຄິ່ງປ່ອຍ
ເປັນການລ້ຽງແບບປະສົມປະສານ ລະຫວ່າງວິທີການລ້ຽງແບບຂັງຄອກກັບວິທີການລ້ຽງແບບປ່ອຍເຂົ້າກັນ, ເພາະວິທີການລ້ຽງແບບປ່ອຍນັ້ນ ແບ້ຈະຫາກິນເອງຢ່າງເປັນອິດສະຫຼະ ແລະ ອາດຈະທຳລາຍຜົນລະປູກໄດ້ງ່າຍ ໂດຍສະເພາະໃນລະດູການປູກຝັງ.
ດັ່ງນັ້ນ, ຜູ້ລ້ຽງຈຶ່ງແກ້ໄຂບັນຫາດ້ວຍການນຳແບ້ມາລ້ຽງແບບຂັງຄອກ ໃນຊ່ວງເວລາທີ່ມີການປູກຝັງ ຫຼື ໃນລະດູຝົນ. ໃນລະດູການທີ່ບໍ່ມີການປູກຝັງຈື່ງປ່ອຍແບ້ໄປຫາກິນ ບາງຄັ້ງ ວິທີການລ້ຽງແບບເຄີ່ງລ່າມ ແລະ ເຄິ່ງປ່ອຍ ກໍໍ່ຖືກນຳໃຊ້ເຂົ້າໃນວິທີການລ້ຽງແບບເຄີ່ງຂັງເຄິ່ງປ່ອຍຄືກັນ.

ການປະກອບສ່ວນ