ໂພຊະນາການ

ເຖິງຜູ້ບໍລິໂພກຊິ້ນສັດຫຼາຍຈະເປັນອັນຕະລາຍ ແລະ ມີຜົນກະທົບຕໍ່ສີ່ງແວດລ້ອມ,  ເພາະການຜະລິດຊິ້ນແມ່ນໄດ້ໃຊ້ ເນື້ອທີ່ກວ້າງ, ໃຊ້ນ້ຳ ແລະ ໃຊ້ພະລັງງານຫຼາຍ. ຄົນເຮົາຮັບປະທານຊິ້ນ, ນົມໃນແຕ່ລະວັນ ຈະປ່ອຍ ແກັສຄາຣ໌ບອນໄດອອກໄຊດ໌, ຊິ້ນສັດທີ່ເປັນສີແດງຈະສົ່ງຜົນກະທົບຕໍ່ສີ່ງແວດລ້ອມ. ຊິ້ນແບ້ເປັນຊິ້ນທີ່ນິຍົມບໍລິໂພກ ຫຼາຍທີ່ສຸດໃນໂລກ, ປະມານ 70% ຂອງປະຊາກອນໂລກ. ນົມແບ້ກໍ່ເປັນນົມທີ່ນິຍົມຮັບປະທານເຊັ່ນກັນ.

ຊິ້ນ ແລະ ຜະລິດຕະພັນນົມ ທີ່ມີການປ່ອຍແກັສ໌ຄາຣ໌ບອນໄດອອກໄຊດ໌ຫຼາຍທີ່ສຸດຄືຊິ້ນແກະ, ຊີ້ນງົວ ແລະ ເນີຍແຂງ ສົ່ງຜົນກະທົບຕໍ່ສີ່ງແວດລ້ອມຫຼາຍທີ່ສຸດ.

ໃນແງ່ຂອງຄຸນຄ່າທາງໂພຊະນາການ ແບ້ເປັນທາງເລືອກດ້ານສຸຂະພາບທີ່ດີ ເພາະຊິ້ນແບ້ມີໄຂມັນຕໍ່າ (ແບ້ 3%, ໄກ່ 7.4%, ຊິ້ນງົວ 18. 8%) ຊິ້ນແບ້ມີແຄລໍຣີຕໍ່າ ແລະ ໂຄເລສເຕີຮອນຫນ້ອຍກວ່າຊິ້ນໄກ່, ຊິ້ນໝູ ແລະ ຊິ້ນແກະ. ນົມແບ້ຍັງມີ ໂປຣຕິນສູງ, ໂຄເລສເຕີຣອນຕ່ຳ ແລະ ມີແຄລຊຽມ, ໂປແຕສຊຽມ ແລະ ວິຕາມິນຫຼາຍກວ່າງົວ. ນົມແບ້ຍັງຍ່ອຍໄດ້ງ່າຍ ແລະ ມີ ແລກໂຕສຫນ້ອຍກວ່າ ເປັນທາງເລືອກທີ່ດີໃຫ້ສຳຫຼັບຜູ້ທີ່ມີປັນຫາລະບົບການຍ່ອຍອາຫານ.

ຂໍ້ມູນເພີ່ມເຕີມສຳຫຼັບຜູ້ສົນໃຈເຂົ້າເບີ່ງໃນເວບໄຊດ໌: Food Data Central

ການປະກອບສ່ວນ