ການເບີ່ງແຍ້ງແບ້ນ້ອຍ
- ແມ່ແບ້ໃຊ້ເວລາຖືພາປະມານ 5 ເດືອນ
- ເມື່ອແບ້ຄອດລູກແລ້ວ ໃຫ້ໃຊ້ນີ້ວມືແຍ່ກະຕຸ້ນທີ່ລີ້ນຂອງລູກແບ້
- ຄວນໃຫ້ລູກແບ້ໄດ້ຢູ່ໃກ້ແມ່ ເພື່ອໃຫ້ແມ່ແບ້ເລັຍລູກແບ້ຈົນແຫ້ງດີ
- ໃນ 3 ວັນທໍາອິດໃຫ້ລູກແບ້ໄດ້ດູດນົມຈາກແມ່ ເພື່ອເພີ່ມພູມຕ້ານທານພະຍາດໃຫ້ກັບລູກແບ້. ຖ້າແມ່ແບ້ຫາກບໍ່ສົມບູນຄວນຍ້າຍລູກແບ້ໄປກິນນົມ ຈາກແບ້ແມ່ອື່ນທີຄອດໃນເວລາໃກ້ຄຽງກັນກໍ່ໄດ້
- ແອບໃຫ້ລູກແບ້ກິນອາຫານຫຍ້າໄປນໍາ ເພື່ອໃຫ້ລູກແບ້ມີການປັບຕົວ ແລະ ກະຕຸ້ນໃຫ້ມີການພັດທະນາກະເພາະອາຫານ
- ໃຫ້ລູກແບ້ຍ່າງຫຼິ້ນຕາມເດີ່ນຫຍ້າ ເພື່ອໃຫ້ແຂງແຮງ ແລະ ມີໂອກາດໄດ້ຮັບແສງແດດ
- ເມື່ອລູກແບ້ມີອາຍຸໄດ້ 3 ເດືອນ ຫຼື ຫຼາຍກວ່ານັ້ນ ບໍ່ຄວນໃຫ້ລູກແບ້ກິນນົມຕໍ່ໄປ ເພາະການຢ່ານົມຈະເຮັດໃຫ້ແມ່ແບ້ຂຶ້ນເພດໄວ ແລະ ສາມາດປະສົມພັນໄດ້ໃນເວລາອັນສັ້ນ
- ຖ້າປ່ອຍໃຫ້ເຊົານົມຕາມທໍາມະດາ ຈະເປັນຜົນເສຍຕໍ່ແມ່ແບ້ ເພາະຈະເຮັດໃຫ້ແມ່ແບ້ຈ່ອຍ ແລະ ຄຽດ. ດັ່ງນັ້ນຈື່ງຄວນໃຫ້ຢ່ານົມເມື່ອລູກແບ້ອາຍຸໄດ້ 3 ເດືອນ
- ພາຍຫຼັງການຢ່ານົມແລ້ວ ໃຫ້ແຍກລູກອອກລ້ຽງກຸ່ມໜື່ງຕ່າງຫາກ ແລະ ແຍກກຸ່ມລູກແບ້ຕົວຜູ້ ແລະ ຕົວແມ່ອອກຈາກກັນ ເພາະຖ້າບໍ່ດັ່ງນັ້ນ ລູກແບ້ຈະມີການປະສົມພັນກັນກ່ອນໄວກະສຽນ
- ລູກແບ້ທີ່ຢ່ານົມໃໝ່ ຕ້ອງໃຫ້ກິນຫຍ້າ ທີ່ມີຄວາມສົມບູນ ແລະ ງອກງາມກ່ອນ ເພື່ອໃຫ້ແບ້ປັບຕົວເຂົ້າກັບອາຫານຢ່າງຄ່ອຍເປັນຄ່ອຍໄປ.

ການປະກອບສ່ວນ