ການເກີດລູກ
ຜູ້ລ້ຽງແບ້ຕ້ອງວາງແຜນຄື: ຫຼັງຈາກການປະສົມພັນຕິດແລ້ວ ແບ້ຈະຖືພາປະມານ 5 ເດືອນ, ໄລຍະເວລາໃຫ້ນົມລູກ 4 ເດືອນ ແລະ ໄລຍະທ້ອງຫວ່າງອີກ 3 ເດືອນສະນັ້ນຄວນຈັດການຄື:
- ໃນຊ່ວງ 3 ເດືອນທໍາອິດໃນການຖືພາບໍ່ຈໍາເປັນທີ່ຈະເພີ່ມອາຫານຂຶ້ນແຕ່ຢ່າງໃດ
- ຫຼັງຈາກ 3 ເດືອນຂຶ້ນໄປໃຫ້ເພີ່ມອາຫານຂຶ້ນທັງປະລິມານ ແລະ ຄຸນນະພາບ
- ຫຼັງຈາກເກີດໃຫ້ແມ່ແບ້ກິນອາຫານທີ່ມີຄຸນນະພາບຢ່າງພຽງພໍໃນ 2 ອາທິດທໍາອິດ ແລະ ເພີ່ມຂຶ້ນເລື້ອຍໆ

ໄລຍະແມ່ແບ້ທ້ອງແກ່ໃຫ້ແຍກໄປຂັງໄວ້ຄອກເກີດທີ່ມີຂະໜາດກວ້າງເໝາະສົມ, ມີພື້ນເປັນດິນ, ຫາເຟືອງແຫ້ງ ຫຼື ເປົາປູ໋ຍປູໃຫ້ແມ່ແບ້ຢູ່ຢ່າງສະບາຍ

https://thriftyhomesteader.com/goat-birthing-beginners-guide/

ຕ້ອງສັງເກດເບີ່ງປາກຊ່ອງຄອດເປັນສີບົວອົມແດງ ແລະ ນູນອອກມາ ແມ່ນຕຽມຈະເກີດລູກນ້ອຍແລ້ວ

ການປະກອບສ່ວນ