Cite
APA 6th ed. ແບ້ / Goat. (2020, December 17). Retrieved from https://www.phakhaolao.la/kb/0000945
MLA 8th ed. ແບ້ / Goat. Pha Khao Lao, 17 December 2020, https://www.phakhaolao.la/kb/0000945.
Chicago 17th ed. Pha Khao Lao. 2020. "ແບ້ / Goat." Published December 17, 2020. https://www.phakhaolao.la/kb/0000945.
ການຄັດເລືອກສະຖານທີ່ ແລະ ການສ້າງຄອກ
ການຄັດເລືອກສະຖານທີ່
- ຄວນເປັນບ່ອນທີ່ນ້ຳບໍ່ຖ້ວມ ແລະ ເຂດທີ່ບໍ່ມີລົມພັດແຮງ
- ມີບ່ອນຫາອາຫານ ແລະ ຫຍ້າໃຫ້ແບ້ກິນໄດ້ຕະຫຼອດປີ
- ຄວນຫ່າງໄກຈາກສວນປູກພືດຊະນິດອື່ນ
- ຄວນມີການຈັດການເນື້ອທີ່ ເພື່ອລ້ຽງແບ້ ແລະ ເນື້ອທີ່ເພື່ອປູກຝັງແຍກຈາກກັນ.
- ມີນ້ຳສະອາດພຽງພໍໃຫ້ແບ້ໄດ້ກິນຕະຫຼອດປີ.
- ເສັ້ນທາງສະດວກເພື່ອເຂົ້າເຖິງ
- ເປັນບ່ອນທີ່ບໍ່ມີພະຍາດແບ້ເຄີຍລະບາດມາກ່ອນ
ການສ້າງຄອກແບ້:
- ສະຖານທີ່ຄວນເອົາບ່ອນເນີນສູງພໍປະມານ ເພື່ອຫຼິກລ້ຽງນ້ຳຖ້ວມຂັງ
- ລະດັບຄວາມສູງຂອງຄອກແບ້ປະມານ 1-1.5 ແມັດ, ອາກາດຖ່າຍເທໄດ້ດີ ແລະ ສາມາດເຂົ້າໄປອານະໄມໄດ້ງ່າຍ
- ມີລູກຂັ້ນໄດເຮັດດ້ວຍໄມ້ ກວ້າງປະມານ 1 ແມັດ ແລະ ບໍ່ຈຳເປັນເຮັດຮາວ
- ຫຼັງຄາມຸ້ງດ້ວຍຫຍ້າ, ສັງກະສີ ແອ້ມດ້ວຍຝາໄມ້ກໍ່ໄດ້ອີງຕາມສະພາບເງື່ອນໄຂທີ່ມີ.
- ໃຊ້ໄມ້ທີທົນທານເພື່ອແອ້ມທັ້ງສີ່ດ້ານ ແລະ ມີສີ່ງກັນຝົນເພື່ອປ້ອງກັນບໍ່ໃຫ້ຝົນສາດເຂົ້າດ້ານໃນ
- ໜັ່ນເບີ່ງແຍງ ແລະ ອານະໄມຄອກໃຫ້ສະອາດຢູ່ສະເໜີ ເພື່ອປ້ອງກັນການຕິດເຊື້ອພະຍາດ
- ແບ້ແມ່ພັນຕ້ອງການເນື້ອທີ່ 1.5 ຕາແມັດຕໍ່ໂຕ ແລະ ພໍ່ພັນແມ່ນ 2 ຕາແມັດຕໍ່ໂຕ.