ການຄັດເລືອກປາພໍ່ແມ່ພັນ ມາປະສົມພັນ
ເພື່ອເຮັດໃຫ້ການປະສົມພັນໄດ້ຮັບຜົນດີ ແລະ ປະສົບຜົນສຳເລັດ ຢ່າງນ້ອຍຜູ້ປະສົມພັນປາຈະຕ້ອງມີຄວາມຮູ້ ແລະ ປະສົບການມາກ່ອນ ວ່າປາຊວາຍໝາກໄມ້ກໍ່ສາມາດປະສົມພັນໄດ້ ທັງ 3 ວິທີ ດ້ວຍກັນຄື: ການປະສົມພັນແບບທຳມະຊາດ, ປະສົມພັນແບບເຄິ່ງທຽມເຄິ່ງທຳມະຊາດ ແລະ ແບບປະສົມພັນທຽມ ຫຼື ແບບວິທະຍາສາດ. ຜົນການສຶກສາຢັ້ງຢືນໄດ້ວ່າ ການປະສົມພັນທຽມ ຫຼື ແບບວິທະຍາສາດ ທີ່ນຳໃຊ້ ຢາຮໍໂມນສັກກະຕຸ້ນໃຫ້ປາພໍ່ແມ່ພັນ ປ່ອຍໄຂ່ ແລະ ນ້ຳເຊື້ອ ແມ່ນໄດ້ຮັບຜົນດີ ແລະ ມີປະສິດທິພາບດີກວ່າວິທີອື່ນ.
ການປະສົມພັນທຽມແມ່ນມີຄວາມສຳຄັນຫຼາຍຕໍ່ກັບນັກວິຊາການ ແລະ ຊາວກະສິກອນຜູ້ເຮັດການປະສົມພັນ ການປະສົມພັນຈະໄດ້ຮັບຜົນສຳເລັດນັ້ນ ຜູ້ປະສົມພັນ ປະສົມການພໍ່ສົມຄວນ ໂດຍສະເພາະຕ້ອງແມ່ນຊ່ວງລະດູຝົນ ແລ້ວປະຕິບັດຕາມຂັ້ນຕອນຕ່າງໆດັ່ງນີ້:
1)  ປາພໍ່ແມ່ພັນຕ້ອງມີປະຫວັດຄວາມເປັນມາ ແລະ ຕົ້ນກຳເນີດຊັດເຈນ.
2)  ປາພໍ່ແມ່ພັນຈະຕ້ອງມີອາຍຸ  3 ປີ ຂຶ້ນເມືອ
3)  ປາພໍ່ແມ່ພັນຕ້ອງສົມບູນ ແລະ ແຂງແຮງດີ
4)  ປາພໍ່ແມ່ພັນຕ້ອງມີນ້ຳເຊື້ອ ແລະ ໄຂ່ທີ່ສົມບູນ
5)  ປາພໍ່ແມ່ພັນຕ້ອງຢູ່ໃນໄວອາຍຸປະສົມພັນ ບໍ່ແກ່ ແລະ ອ່ອນເກີນໄປ
6)  ປາພໍ່ແມ່ພັນຕ້ອງເປັນສາຍພັນແທ້ ບໍ່ເປັນສາຍພັນລູກປະສົມ
7)  ປາພໍ່ແມ່ພັນຈະຕ້ອງບໍ່ເຄີຍຕິດເຊື້ອພະຍາດໃດໆມາກ່ອນ

ການປະກອບສ່ວນ