ການຮີດໄຂ່ປະສົມນ້ຳເຊື້ອ
ການຮີດໄຂ່ປະສົມນ້ຳເຊື້ອແມ່ນເຮັດແບບເຄິ່ງປຽກ ເຄິ່ງແຫ້ງ (Modified method) ເປັນວິທີປະສົມປະສານກັນລະຫວ່າງປຽກ ແລະ ແຫ້ງ ຄື: ຮີດໄຂ່ລົງໃສ່ຊາມໃຫ້ໝົດ ແລະ ຈິ່ງຮີດນ້ຳເຊື້ອລົງປະສົມໃສ່ ຈາກນັ້ນເອົາຂົນໄກ່ຄົນໃຫ້ເຂົ້າກັນໃຫ້ທົ່ວ ປະມານ 1 ນາທີ ຈຶ່ງເອົານ້ຳສະອາດເຕີມລົງໄປ ສືບຕໍ່ຄົນໃຫ້ທົ່ວ ປະມານ 1.5 ນາທີ ຈຶ່ງເຕີມນ້ຳດິນສໍຟອງ ຫຼື ນ້ຳຂີ້ຕົມທີ່ກຽມໄວ້ ລົງໃສ່ເພື່ອບໍ່ໃຫ້ໄຂ່ຕິດກັນ ຄົນໃຫ້ທົ່ວ ລ້າງດ້ວຍນ້ຳສະອາດໃຫ້ລະອຽດດີຈິ່ງນຳໄປຝັກ ວິທີການນີ້ແມ່ນໄດ້ຮັບຜົນດີກວ່າວິທີການອື່ນ. ໄຂ່ປາຊວາຍໝາກໄມ້ 1 ກຼາມໄຂ່ ຈະມີໄຂ່ 1.200 ໜ່ວຍ.

ການຝັກໄຂ່
ໄຂ່ປາຊວາຍໝາກໄມ້ ເປັນໄຂ່ຈົມຕິດກັບວັດຖຸ ການຝັກໃສ່ຈວຍແບບໄຂ່ລອຍ ໂດຍການໃຊ້ລະບົບນ້ຳໝູນ ແມ່ນໄດ້ຮັບຜົນດີກວ່າວິທີອື່ນ. ສະນັ້ນ, ກ່ອນຈະນຳໄຂ່ໄປຝັກກໍ່ຕ້ອງໄດ້ລ້າງດ້ວຍນ້ຳ ດິນສໍຟອງ ຫຼື ນ້ຳຂີ້ຕົມ ຕາມຂັ້ນຕອນເສຍກ່ອນຈຶ່ງນຳໄປຝັກໄດ້. ການຝັກແຕກຂອງໄຂ່ປາຊວາຍແມ່ນຈະໃຊ້ເວລາ ປະມານ 24-35 ຊົ່ວໂມງ, ໃນອຸນຫະພູມ 27-30 ອົງສາ, ການຝັກໄຂ່ຈະແຕກໄວ ຫຼື ຊ້າແມ່ນຂຶ້ນກັບອຸນຫະພູມນ້ຳ ແລະ ຄວາມສົມບູນຂອງໄຂ່ ເຊິງຂະໜາດຂອງໄຂ່ຈະມີແຕ່ 0.6-1.4 ມມ ແລະ ສ່ວນໃຫຍ່ແມ່ນມີຂະໜາດ 1 ມມ. 

ການປະກອບສ່ວນ