ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

 ແຫຼ່ງກຳເນິດ ແລະ ການແຜ່ກະຈາຍ
ປາຊວາຍໝາກໄມ້ (Pangasianodon hypophthalmus) ແຜ່ກະຈາຍຢູ່ໃນ ປະເທດ ສະຫະລັດອາເມລິກາ, ເມັກຊິໂກ, ເບລີຊ, ອີຢິບ, ອິນເດຍ, ລວມທັງອາຊີຕາເວັນອອກສ່ຽງໃຕ້ ໂດຍສະເຜາະແມ່ນບັນດາປະເທດອາຊຽນ ໄດ້ແກ່ ປະເທດ ອິນໂດເນເຊຍ, ຟິລິບປິນ, ຍີ່ປຸ່ນ. ໄທ, ຫວຽດນາມ, ກໍາປູເຈຍ ແລະ ປະເທດລາວ ໂດຍສະເພາະແມ່ນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ມັນສາມາດຢູ່ໄດ້ທັງນ້ຳນິ່ງ ແລະ ນ້ຳໄຫຼ.
ຢ່າງໜ້ອຍປາຊວາຍໝາກໄມ້ຈະມີ 2 ກຸ່ມປະຊາກອນ ຢູ່ໃນ່ອ່າງແມ່ນ້ຳຂອງ ກຸ່ມທີ່1 ຢູ່ເຂດເໜືອຕັ້ງແຕ່ປາກແມ່ນ້ຳເລີຍຂຶ້ນເມືອ ແລະ ກຸ່ມທີ2 ຢູ່ຕອນໃຕ້ ນັບແຕ່ຄອນພະເພັງ ລົງຮອດ Delta ຫວຽດນາມ ລວມທັງແມ່ນ້ຳຕົງເລຊາບ ແລະ ທະເລສາບໃຫຍ່ ເຊິ່ງເປັນກຸ່ມທີ່ໃຫຍ່ ແລະ ຍັງມີກຸ່ມຍ່ອຍຢູ່ທີ່ຢູ່ແມ່ນ້ຳຂອງຕອນກາງຄື ເໜືອຄອນພະເພັງຂຶ້ນໄປ ລວມທັງສາຂາແມ່ນ້ຳທີ່ຢູ່ສ່ວນນີ້ ເຊັ່ນ: ແມ່ນ້ຳມູນ, ແມ່ນ້ຳສົງຄາມ ແລະ ແມ່ນ້ຳເຊບັ້ງໄຟ. ກູ່ມນີ້ອາດຊັບຊ້ອນກັນເປັນຊ່ວງໃນເວລາການເຄື່ອນຍ້າຍລົງ, ບາງສ່ວນ ຫຼື ທັງໝົດ. ໃນທີ່ສຸດກຸ່ມທີ່ຢູ່ເຊສານ, ເຊຣປອກ ແລະ ເຊກອງ ອາດມີການເລີ່ອມຊ້ອນກັບກຸ່ມຕອນໃຕ້ ແລະ ມີລາຍງານວ່າພົບຢູ່ຕອນເໜືອສຸດຂອງແມ່ນ້ຳເຊກອງ ທີ່ ບ້ານ ລາວີ ສປປ ລາວ ແລະ ຄາດວ່າຈະມີຢູ່ປະເທດຈີນອີກດ້ວຍ (Rainboth, 1996).

ທີ່ອາໄສສະເພາະ
ສຳລັບຊະນິດແນວພັນທີ່ນຳມາຂຶ້ນທະບຽນສາຍພັນນີ້ແມ່ນກຸ່ມປະຊາກອນ ທີ່ຢູ່ພາກໃຕ້ຂອງລາວ ກຸ່ມນີ້ຈະມີການເຄື່ອນຍ້າຍຂຶ້ນລົງຕາມລຳແມ່ນ້ຳຂອງຕາມຊ່ວງລະດູການ ມາຈາກປະເທດກຳປູເຈຍຈົນເຖິງພາກໃຕ້ຂອງລາວໃນຊ່ວງເດືອນ 5-6  ສາກົນ ຂອງທຸກປີ ເພື່ອຫາກິນ ແລະ ວາງໄຂ່. ຈາກນັ້ນຊ່ວງເດືອນ 7-8 ສາກົນ ມັນຈະລອງໄປເຂດນ້ຳຖ້ວມຂອງປະເທດກຳປູເຈຍ ແລະ ລົງຕໍ່ໄປຮອດ Delta ຫວຽດນາມ, ສຳລັບຊ່ວງລະດູແລ້ງຈະຢູ່ຕາມວັງນ້ຳເລິກໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ຂະໜາດໃຫຍ່ໃນເຂດ ກະແຈ-ຊຽງແຕ່ງ (Touch, 2000).

ສະຖານທີ່ເກັບຮັກສາແນວພັນ ປາຊວາຍໝາກໄມ້ ໜອງແຕ່ງ
ສູນຄົ້ນຄວ້າການປະມົງ (LARReC) ຕັ້ງຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງລຽງຈັນ, ເສັ້ນແວງທີ່ 18°1'3.38"N ແລະ ເສັ້ນຂະໜານທີ່ 102°31'28.72"E, ຫ່າງຈາກນະຄອນຫລວງວຽງຈັນ 20 ກິໂລແມັດ ໄປຕາມສາຍທາງເລກທີ່ 13 ເຫນືອ, ມີຄວາມສູງຈາກຫນ້ານ້ຳທະເລປະມານ 200 ແມັດ. ເປັນເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງແຕ່ເດືອນ 11 ຫາ ເດືອນ 4 ແລະ ລະດູຝົນ ແຕ່ເດືອນ 5 ຫາ ເດືອນ 10. ປະລິມານນ້ຳຝົນສະເລັ່ຍ ແມ່ນ 1660±300 ມມ, ໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນ 8 ຫາ ເດືອນ 9. ອຸນນະພູມ ສະເລັ່ຍສູງສຸດ ແຕ່ 28.5 ຫາ 38.3°C ສະເລັ່ຍຕ່ຳສຸດ ແມ່ນ 17.4 to 26.1°C.

ການປະກອບສ່ວນ