APA 6th ed. ປາຊວາຍໝາກໄມ້ / Striped catfish. (2019, June 24). Retrieved from https://www.phakhaolao.la/kb/0000546
MLA 8th ed. ປາຊວາຍໝາກໄມ້ / Striped catfish. Pha Khao Lao, 24 June 2019, https://www.phakhaolao.la/kb/0000546.
Chicago 17th ed. Pha Khao Lao. 2019. "ປາຊວາຍໝາກໄມ້ / Striped catfish." Published June 24, 2019. https://www.phakhaolao.la/kb/0000546.
ການຄັດເລືອກປາພໍ່ແມ່ພັນ ມາປະສົມພັນ
ເພື່ອເຮັດໃຫ້ການປະສົມພັນໄດ້ຮັບຜົນດີ ແລະ ປະສົບຜົນສຳເລັດ ຢ່າງນ້ອຍຜູ້ປະສົມພັນປາຈະຕ້ອງມີຄວາມຮູ້ ແລະ ປະສົບການມາກ່ອນ ວ່າປາຊວາຍໝາກໄມ້ກໍ່ສາມາດປະສົມພັນໄດ້ ທັງ 3 ວິທີ ດ້ວຍກັນຄື: ການປະສົມພັນແບບທຳມະຊາດ, ປະສົມພັນແບບເຄິ່ງທຽມເຄິ່ງທຳມະຊາດ ແລະ ແບບປະສົມພັນທຽມ ຫຼື ແບບວິທະຍາສາດ. ຜົນການສຶກສາຢັ້ງຢືນໄດ້ວ່າ ການປະສົມພັນທຽມ ຫຼື ແບບວິທະຍາສາດ ທີ່ນຳໃຊ້ ຢາຮໍໂມນສັກກະຕຸ້ນໃຫ້ປາພໍ່ແມ່ພັນ ປ່ອຍໄຂ່ ແລະ ນ້ຳເຊື້ອ ແມ່ນໄດ້ຮັບຜົນດີ ແລະ ມີປະສິດທິພາບດີກວ່າວິທີອື່ນ.
ການປະສົມພັນທຽມແມ່ນມີຄວາມສຳຄັນຫຼາຍຕໍ່ກັບນັກວິຊາການ ແລະ ຊາວກະສິກອນຜູ້ເຮັດການປະສົມພັນ ການປະສົມພັນຈະໄດ້ຮັບຜົນສຳເລັດນັ້ນ ຜູ້ປະສົມພັນ ປະສົມການພໍ່ສົມຄວນ ໂດຍສະເພາະຕ້ອງແມ່ນຊ່ວງລະດູຝົນ ແລ້ວປະຕິບັດຕາມຂັ້ນຕອນຕ່າງໆດັ່ງນີ້:
1) ປາພໍ່ແມ່ພັນຕ້ອງມີປະຫວັດຄວາມເປັນມາ ແລະ ຕົ້ນກຳເນີດຊັດເຈນ.
2) ປາພໍ່ແມ່ພັນຈະຕ້ອງມີອາຍຸ 3 ປີ ຂຶ້ນເມືອ
3) ປາພໍ່ແມ່ພັນຕ້ອງສົມບູນ ແລະ ແຂງແຮງດີ
4) ປາພໍ່ແມ່ພັນຕ້ອງມີນ້ຳເຊື້ອ ແລະ ໄຂ່ທີ່ສົມບູນ
5) ປາພໍ່ແມ່ພັນຕ້ອງຢູ່ໃນໄວອາຍຸປະສົມພັນ ບໍ່ແກ່ ແລະ ອ່ອນເກີນໄປ
6) ປາພໍ່ແມ່ພັນຕ້ອງເປັນສາຍພັນແທ້ ບໍ່ເປັນສາຍພັນລູກປະສົມ
7) ປາພໍ່ແມ່ພັນຈະຕ້ອງບໍ່ເຄີຍຕິດເຊື້ອພະຍາດໃດໆມາກ່ອນ