ຢາຮໍໂມນ ແລະ ການຕຽມຮໍໂມນ
ໂດຍທົ່ວໄປແລ້ວການປະສົມພັນປາ ປາຊວາຍໝາກໄມ້ ສ່ວນໃຫຍ່ຈະນຳໃຊ້ ຢາຮໍໂມນ ຊຼູບເປີແຝັກ(Suprefact) ຫຼື ເອີ້ນຢ່າງນຶ່ງວ່າ ຮໍໂມນສັງເຄາະ (Synthetic Hormone) ທີ່ຫາຊື້ໄດ້ງ່າຍກວ່າຮໍໂມນຊະນິດອື່ນ. ກ່ອນຈະເອົາໄປນຳໃຊ້ ຈະຕ້ອງໄດ້ມີການເຈືອງຈາງກ່ອນ ເຊິ່ງມີຂັ້ນຕອນ ແລະ ວິທີການດັ່ງນີ້:
1)  ຢ່າຮໍໂມນ ຊຼຸບເປີແຝກ ເຂັມຂຸ້ນ 1 ຊີຊີ ຈະມີຕົວຢາຢູ່ 1.000 µg
2)  ຕຽມກວດຂະໜາດບັນຈຸ 10 ຊິຊິ 1 ອັນ
3)  ກຽມສະເລັງ 10 ຊີຊີ ແລະ 1 ຊີຊີ ຢ່າງລະ 1 ດວງ
4)  ນ້ຳເຊໂລມ (0.9%) ຫຼື ນ້ຳກັນ 1 ຕຸກນ້ອຍ
5)  ອະນາໄມລ້າງກວດແກ້ວທີ່ກຽມໄວ້ໃຊ້ຢາໃຫ້ສະອາດ
6)  ດູດເອົານ້ຳກັນ 9 ຊີຊີ ລົງໃສ່ກວດແກ້ວທີ່ກຽມໄວ້
7)  ດູດເອົາຢາຮໍໂມນ 1 ຊີຊີ ລົງປະສົມໃສ່ນ້ຳກັນໃນກວດແກ້ວທີ່ກຽມໄວ້
8)  ນຳຢາໄປເກັບໄວ້ໃນຖັງນ້ຳແຂງ ຫຼື ຕູ້ເຢັນ ກ່ອນນຳໄປໃຊ້ແຕ່ລະຄັ້ງ

ຕ່ຳແໜ່ງສັກຮໍໂມນ
ການສັກຮໍໂມນພໍ່ແມ່ພັນປາຊວຍໝາກໄມ້ ຕ່ຳແໜ່ງທີ່ເໝາະສົມແມ່ນກ້າມຊີ້ນກ້ອງຄີຫຼັງ ຕາມເສັ້ນກາງໂຕ ຫ່າງຈາກກົກຄີຫຼັງ ໄປທາງຫາງ ແລະ ລົງລຸ່ມຄີ 5 ຊັງຕີ, ໃຊ້ເຂັມເບີ 22-24, ສັກໃນມູມອ່ຽງຂອງລຳໂຕ 45 ອົງສາ ແທງເຂົ້າໄປສຸດເຂັດແລ້ວຖອດອອກມານ້ອຍໜຶ່ງຈຶ່ງສີດນ້ຳຢາເຂົ້າໄປ ເມື່ອສີດຢາໝົດແລ້ວໃຫ້ເອົາມືຄ່ອຍໜ່ຽງເບົາໆໃຫ້ນ້ຳຢາຄ່ອຍໆຊືມ ແລະ ຈຶ່ງຖອດເຂັມຢາອອກມາ.

ອັດຕາການນຳໃຊ້ຢາຮໍໂມນ
ປາພໍ່ພັນ: ປາພໍ່ພັນແມ່ນສັກຄັ້ງດຽວ ຖ້າປານ້ຳເຊື້ອບໍ່ສົມບຸນແມ່ນໃຫ້ສັນພ້ວມປາແມ່ເຂັມທີ 1 ສັກຮໍໂມນ ຊຸບເປີແຝັກ (suprefact) ໂດ 30 ໄມໂກຣກຣາມ (ເທົາ 0.3 ຊີຊີ ຂອງນ້ຳຢາທີ່ເຈືອຈ່າງແລ້ວຕໍ່ນ້ຳໜັກປາຜູ້ 1 ກິໂລ ບໍ່ລວມນ້ຳກັນ) ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ ຫຼື ເທົ່າກັບ 1 ເມັດຢາ. ອັດຕາການສັກແມ່ນບໍ່ໃຫ້ເກີດ 1 ຊີຊີ ນ້ຳກັນຕໍ່ກັບ 1 ກິໂລປາ.
ປາແມ່ພັນ: ປາແມ່ພັນແມ່ນສັກ 2 ຄັ້ງ ໄລຍະຫ່າງກັນ 6 ຊົ່ວໂມງ ລະຫວ່າງເຂັມທີ 1 ແລະ ເຂັມ 2, ຫຼັງຈາກສັກຮໍໂມນໄດ້ 12-16 ຊົ່ວໂມງ ປາກໍ່ຈະໃຫ້ໄຂ່ ແລະ ນ້ຳເຊື້ອ: 
-  ຄັ້ງທີ່ 1: ສັກຊ່ວງ 6 ໂມງແລງ ໃຊ້ຮໍໂມນ ຊຸບເປີແຝັກ (suprefact) ໂດ 10 ໄມໂກຣກຣາມ ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ ຕໍ່ປາແມ່ 1 ກິໂລ.
-  ຄັ້ງທີ່ 2: ສັກຊ່ວງ 12 ໂມງ ກາງຄືນ ໃຊ້ຮໍໂມນ ຊຸບເປີແຝັກ (suprefact) ໂດ 30 ໄມໂກຣກຣາມ ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ ຕໍ່ປາແມ່ 1 ກິໂລ.

ການປະກອບສ່ວນ