ອາຫານ ແລະ ການກິນອາຫານ
ປາຊວາຍໝາກໄມ້ຈະກິນອາຫານໄດ້ເກືອບທຸກປະເພດ ເຊັ່ນ: ມັກກິນປາ, ກຸ້ງ, ກະປູ, ແມງໄມ້, ຂີ້ກະເດືອນ, ພືດ, ຂີ້ເທົາ, ແມງຈີ່ນາຍ, ໃບໄມ້ ແລະ ໜາກໄມ້ ທີ່ຫຼົ່ງລົງນ້ຳເຊັ່ນ: ໝາກກ້ວຍນ້ຳ, ໝາກເຫັບ, ໝາກເດື່ອ, ຫຼາກຫຸນ ແລະ ຊະນິດອື່ນໆ (ອ່ຽນ ແລະ ຄະນະ, 1997), ເສດຈາກໂຮງງານຂ້າສັດ, (ປະກອນ, 2002) ແລະ ອາຫານສຳເລັດຮູບ. ນອກຈາກນີ້ຍັງມີວັດຖຸດີບທີ່ມີທ່າແຮງສາມາດນຳມາປຸງແຕ່ງເປັນອາຫານໄດ້ ເຊັ່ນ: ຮຳ, ເຂົ້າປຽນ, ສາລີ, ມັນຕົ້ນ, ຖົ່ວເຫຼືອງ, ຂີ້ເຕົາຮູ້, ໝາກເດືອຍ, ມັນດ້າງ, ຖົ່ວດິນ ແລະ ແມງປໍ. ການໃຫ້ແບ່ງອອກເປັນ 2 ໄລຍະຄື: ໄລຍະປົກກະຕີ ແມ່ນຈະໃຫ້ອາຫານ 3% ຂອງ ນ້ຳໜັກໂຕ/ວັນ ແລະ ຊ່ວງ 3 ເດືອນ ກ່ອນການປະສົມພັນຈະໃຫ້ 1.5% ຂອງນ້ຳໜັກໂຕ/ວັນ, ໃຫ້ 1 ຄັ້ງ/ວັນ.

ການປະກອບສ່ວນ