ການອະນຸບານລູກປາ
ລູກປາຊວຍໝາກໄມ້ຈະຕ່າງກັບປາຊະນິດອື່ນ ເມື່ອລູກປາຝັກແຕກອອກມາໄດ້ປະມານ 24 ຊົ່ວໂມງ ຫຼັງຈາກ ທີ່ຖົງໄຂ່ແດງຫຍຸບລູກປາກໍ່ຈະເລີມອ້າປາກ ກີນອາຫານ ສະນັ້ນ, ໃຫ້ຟ້າວເອົາລຸກປາລົງອະນຸບານຢູ່ໃນໜອງ ຖ້າບໍ່ເອົາລົງ ລູກປາຈະກັດຫາງຕໍ່ໆກັນ ເປັນສາຍຍາວ ເຮັດໃຫ້ປາເຈັບ ແລະ ຕາຍເປັນຈຳນວນຫຼາຍ ຈຶ່ງແນະນຳໃຫ້ຟ້າວເອົາປາລົງອະນຸບານຢູ່ໃນໜອງຈຶ່ງຈະເຮັດໃຫ້ອັດຕາການຫຼອດຕາຍລູກກວ່າຢູ່ໃນອ່າງ.

ການກຽມໜອງອະນຸບານ
ການກະກຽມໜອງດິນເບື້ອງຕົ້ນ ແມ່ນດູດນ້ຳອອກຈາກໜອງໃຫ້ແຫ້ງ ແລ້ວກຳຈັດສັດຕູປາໃນໜອງໃຫ້ໝົດ ຈາກນັ້ນຫວານປູນຂາວຂ້າເຊື້ອໃນ ອັດຕາ 0.1 ກິໂລ/ຕາເມັດ, ຕາກໜອງໄວ້ 2 ວັນ ຈຶ່ງເອົານ້ຳເຂົ້າລະດັບ 1 ແມັດ ພ້ອມໃສ່ຝຸ່ນຄອກ 400-600 ກີໂລຕໍ່ໄລ່ ເພື່ອສ້າງໄຮນ້ຳໃນໜອງ ປະໄວ້ 4-5 ວັນ ກ່ອນເອົາລູກປາລົງ. ສິ່ງສຳຄັນໜອງອະນຸບານຕ້ອງອ້ອມດ້ວຍແຍງຂຽວເພື່ອກັນສັດຕູປາ.

ອັດຕາການປ່ອຍ
ລຸກປານ້ອຍແຕກໃໝ່ອາຍຸ 24 ຊົ່ວໂມງ, ຄວາມຍາວ 0.5-0.7 ຊັງຕີ, ນ້ຳໜັກປະມານ 0.05 ກຼາມ, ປ່ອຍໃນອັດຕາ 500-600ໂຕ/ຕາແມັດ. ໄລຍະການລ້ຽງ 1 ເດືອນ, ອັດຕາການຫຼອດຕາຍແມ່ນ 15%, ລູກປາຈະມີຄວາມຍາວ 3-5 ຊັງຕີແມັດ, ນ້ຳໜັກ 4-5 ກຼາມ. ລູກປາຂະໜາດ 1-2 ຊັງຕີແມັດ ປ່ອຍໃນອັດຕາ 200 ໂຕ/ຕາແມັດ, ລູກປາຂະໜາດ 3-4 ຊັງຕີແມັດ ປ່ອຍໃນອັດຕາ 150 ໂຕ/ຕາແມັດ, ລູກປາຂະໜາດ 5-8 ຊັງຕີແມັດ ປ່ອຍໃນອັດຕາ 100 ໂຕ/ຕາແມັດ.

ການໃຫ້ອາຫານ
ອາທິດທຳອິດໃຫ້ໄຂ່ແດງ, ໄຂ່ນື້ງ ຫຼື ໄຮນ້ຳ 3-5 ຄາບ/ວັນ ອັດຕາ 1 ໜ່ວຍຕໍ່ ລູກປາ 100.000 ໂຕ, ອາທິດທີ 2-3 ໃຫ້ອາຫານຝຸ່ນ ປາດູກ ອັດຕາ 25% ຂອງນ້ຳໜັກໂຕ/ວັນ, ອາທິດທີ 3 ໃຫ້ ອັດຕາ 15% ແລະ ອາທິດທີ 4 ໃຫ້ອັດຕາ 10% ຂອງນ້ຳໜັກໂຕຕໍ່ວັນ (ອາຫານປາທີ່ມີໂປຼເຕອິ 42%), ຈົນຄົບ 1 ເດືອນ ກໍ່ສາມາດຈຳປາອອກຈ່ຳໜ່າຍໄດ້. ຖ້າໃຊ້ໄຂ່ນື້ງ ທີ່ມີສ່ວນປະສົມ ອັດຕາ ປາປົ່ນ 200 ກຣາມ, ວິຕາມິນຊີ 2 ກຣາມ, ໄຂ່ 5 ໜ່ວຍ, ນ້ຳມັນຕັບປາ 20 ເມັດ, ນ້ຳມັນພືດ 6 ກຣາມ ມາປະສົມເຂົ້າກັນແລ້ວນຳໄປໜຶ້ງ ຈຶ່ງນຳໄປເກືອ ອັດຕາ 30%/ນ້ຳໜັກເກືອຮອດ 15 ວັນ ລູກປາຈະມີນ້ຳໜັກ 0.51 ກຼາມ ເພີ່ມ 0.18 ກຼາມຕໍ່ວັນ.

ການປະກອບສ່ວນ