ການລ້ຽງເປັນປາຊີ້ນ
ປາຊວຍໝາກໄມ້ ກິນອາຫານໄດ້ທັງພືດ ແລະ ຊີ້ນ ສະນັ້ນ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ ຈາກການນຳໃຊ້ອາຫານສຳເລັດຮູບຢ່າງດຽວ. ຍັງສາມາດນຳໃຊ້ທ່າແຮງຈາກແຫຼ່ງວັດຖຸດີບທີ່ມີຢູ່ພາຍໃນ ມາເປັນສ່ວນປະສົມຂອງອາຫານປາຊວາຍໝາກໄມ້ໄດ້ອີກດ້ວຍ ເຊັ່ນວ້າ: ຮຳເຂົ້າ, ເຂົ້າປາຍ, ສາລີ, ມັນຕົ້ນແຫ້ງ, ຖົ່ວເຫຼືອ, ຂີ້ເຕົາຮູ້, ມັນດ່າງ, ເສດພັກຈາກຄົວເຮື່ອ ແລະ ຕະຫຼາດ ເປັນຕົ້ນ ແລະ ເສດເຫຼືອຈາກໂຮງງານອຸດສາຫະກຳ ທີ່ເປັນທ່າແຮງ ເຊັ່ນ: ກາກມັນຕົ້ນ, ຂີ້ເບຍ ແລະ ເສດຈາກໂຮງງານຂ້າສັດ ກໍ່ລ້ວນແຕ່ສາມາດນຳມາປຸງແຕ່ງເປັນອາຫານປາຊວຍໝາກໄມ້ ໄດ້ເປັນຢ່າງດີ. ການລ້ຽງປາຊວາຍໝາກໄມ້ ຕາມແຄມນ້ຳຂອງ ຢູ່ບ້ານຫາດ ເມືອງໂຂງ ແຂວງຈຳປາສັກ ໂດຍການນຳໃຊ້ວັດຖຸດີບທີ່ມີຢູ່ພາຍໃນເປັນສ່ວນປະສົມຂອງອາຫານ ເຊິ່ງໄດ້ນຳໃຊ້ແນວພັນທີ່ຜະລິດຈາກສະຖານີ ປານ້ຳໜັກເລີ່ມຕົ້ນ 50 ກຼາມຕໍ່ໂຕ, ອັດຕາການປ່ອຍ 50 ໂຕຕໍ່ຕາແມັດ, ກະຊັງ 3 ແມັດ x 2 ແມັດ x 1 ແມັດ, ໃຫ້ອາຫານປະສົມ ທີ່ມີທາດໂປຼຕີນ 18.5-25%, ເກືອໃນອັດຕາ 5% ຂອງນ້ຳໜັກໂຕຕໍ່ວັນ ເປັນເວລາ 6 ເດືອນ ປາຈະມີນ້ຳໜັກ 0.8-1 ກິໂລຕໍ່ໂຕ, ອັດຕາການແລກປ່ຽນອາຫານມາເປັນນ້ຳໜັກໂຕ (FCR) 1.6-1.9 ກີໂລກຼາມ (ໝາຍວ່າໃຊ້ອາຫານ 1.6-1.9 ກິໂລກຼາມ ໄດ້ນ້ຳໜັກປາ 1 ກິໂລກຼາມ). ຖ້າທຽບໃສ່ອາຫານສຳເລັດຮູບແລ້ວເປັນວ່າສາມາດຫຼຸດຜ່ອນຕົ້ນທຶນເຖິງ 20-30%, ການລ້ຽງປາຊວາຍໝາກໄມ້ໃນກະຊັງຈະມີລາຄາສູງກວ່າການລ້ຽງໃສ່ໜອງທົ່ວໄປ ລາຄາ ເລີ່ມທີ່ 20.000 ກີບຕໍ່ກິໂລກຼາມຂຶ້ນໄປ (ສົມພູທອນ ແລະ ຄະນະ, 2007). ຈາກນັ້ນນຳໄປລ້ຽງໃສ່ໜອງ ແລະ ກະໃສ່ກະຊັງ ໃຊ້ເວລາ 6-8 ເດືອນ ໃຫ້ອາຫານທີ່ມີທາດໂປຼເຕອີນ 25%-30%, ໃຊ້ເກືອປາໃນອັດຕາ 5% ຂອງນ້ຳໜັກໂຕ/ວັນ, ໃຫ້ 2 ຄາມ/ວັນ (ເຊົ້າ ແລະ ແລງ), ປາຈະໄດ້ນ້ຳໜັກ 700-1.000 ກຼາມ/ໂຕ ແລະ ຖ້ານຳລູກປາຂະໜາດ 7-8 cm ປ່ອຍໃນອັດຕາ 48 ໂຕ/ຕາແມັດ ຫຼື 12 ໂຕ/ແມັດກ້ອນ, ໄລຍະການລ້ຽງ 6-8 ເດືອນ ຜົນຜະລິດ 400 ໂຕນ/ເຮັກຕາ/ຊຸດ, ອັດຕາການຫຼອດຕາຍເຖິງ 75%.

LARReC

ການປະກອບສ່ວນ