ພະຍາດທີ່ເກີດກັບປາຊວຍໝາກໄມ້
ພະຍາດທີ່ພົບເຫັນ  ແລະ ມັກເກີດກັບການລ້ຽງປາຊວາຍໝາກໄມ້ ສ່ວນໃຫຍ່ ຈະປະກອບມີ 2 ກຸ່ມຄື: ພວກແບັກເຕີເຣຍ (Bacteria):  Edwardsiella ictaluri, Aeromonas hydrophila, A.sobria and A.caviae ແລະ ພວກໂປຼໂຕຊົວ (Protozoan parasites): Microsporidium, Myxobolus, Henneguya, Trypanosoma, Ichthyonyctus, Trichodina, Balantidium and Epistylis, Ichthyophthirius multifiliis (Tu Thanh Dung et al,2008). ແລະ ຢູ່ບ້ານເຮົາສ່ວນຫຼາຍແມ່ນຈຳພວກກາຝາກພາບນອກ ເຊັ່ນ: ໂຕດ່າງ (Columnaris sp) ມີຈຸດຕາມລຳໂຕ ທີ່ເກີດຈາກເຊື້ອເຮັດ-ເຊື້ອຣາ (ສູນຄົ້ນຄວ້າການປະມົງ)

ການປ້ອງກັນ
1)  ກ່ອນຈະນຳລຸກປາໄປລ້ຽງໃນໜອງຄອນຂັງປາໄວ້ກ່ອນ 7-10 ວັນ ເພື່ອຕິດຕາມອາການຂອງປາ
2)  ສຳລັບການປິ່ນປົວແມ່ນຍັງບໍ່ທັນມີວິທີທີ່ໄດ້ຮັບຜົນດີເທື່ອ
3)  ການຮັກສາປາຕິດພະຍາດ ໃຊ້ຟລໍມາລິນ ອັດຕາສ່ວນ 150-200 ມີລີລິດ ຕໍ່ ນ້ຳ 1.000 ລິດ ແຊ່ປາປະໄວ້ 1 ຊົ່ວໂມງ ຫຼື 25 -50 ມີລີລິດ ຕໍ່ ນ້ຳ 1.000 ລິດ ແຊ່ປາປະໄວ້ 24 ຊົ່ວໂມງ
4)  ປ່ຽນຖ່າຍນ້ຳໃນໜອງອອກແລ້ວເອົານ້ຳໃໝ່ປ່ຽນໃສ່ ປະມານ 2 ສ່ວນ 3 ຂອງນ້ຳໃນໜອງ
5)  ໃສ່ປູນເຄຊຽມກາກໂບເນັດ (CaCo3) 95% ໃສ່ໃນອັດຕາ 0.01 ກຼາມ/ລິດ ປະສົມນ້ຳແລ້ວສາດໃສ່ທົ່ວໜອງ.

ການປະກອບສ່ວນ