ປາຊວາຍໝາກໄມ້ / Striped catfish

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pangasianodon hypophthalmus (Sauvage, 1878) / Pangasiidae
ຊື່ພ້ອງ
Helicophagus hypophthalmus Sauvage, 1878
Pangasius sutchi Fowler, 1937
Pangasius hypophthalmus (Sauvage, 1878)
ຊື່ອື່ນ
Eng: iridescent shark
Cambodian: Trey Pra Thom
Viet: Cá tra
Thai: Sauy
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

ເປັນປາໜັງບໍ່ມີເກັດ, ມີລຳໂຕຮຽວຍາວ ລັກສະນະຂ້ວນຂ້າງກົມ, ປາກກວ້າງ, ມີໜວດ 2 ຄູ່, ມີຄີຫຼັງ 1 ຄູ່ ມີກ້າງແຂງເບື້ອງລະ 8 ອັນ, ຄີຫູ 1 ຄູ່ ມີກ້າງແຂງເບື້ອງລະ 11 ອັນ, ຄີທ້ອງ 1 ຄູ່ ມີກ້າງແຂງເບື້ອງລະ 8 ອັນ, ມີຄີທະຫວານ 1 ອັນຍາວໄປຮອດກົກຫາງ ມີກ້າງແຂງ 31 ອັນ, ຫາງວ້ຳເລິກ ມີກ້າງແຂງ 19-19 ອັນ, ກົກຫາງຈະມີຄືອ່ອນເປັນໜັງ 1 ອັນຍື່ນອອກມາ, ຫຼັງມີສີໜົ່ນເຂັ້ມ, ຕາມຄີຈະມີສີເຫຼືອງອ່ອນ ແລະ ມີແຊກກາງໂຕ (ສີລຳໂຕ ແລະ ຊີ້ນ ຂຶ້ນກັບສະພາບແວດລ້ວມໃນເຂດລ້ຽງ ຖ້າອົກຊີໃນນ້ຳຕ່ຳ ຊີ້ນປາຈະເປັນສີເຫຼືອງ ແລະ ຖ້າອົກຊີສູງ ຊີ້ນຈະເປັນສີຂາວ). ລູກປານ້ອຍອາຍຸ 1 ເດືອນ ຈະມີຄວາມຍາວ 3-5 ຊັງຕິແມັດ, ນ້ຳໜັກ 4-5 ກຼາມ, ຖ້າລ້ຽງເປັນພໍ່ແມ່ພັນຈະຕ້ອງມີ ອາຍຸ 3 ປີຂຶ້ນໄປຈຶ່ງນຳມາເປັນແນວພັນເຮັດການປະສົມພັນໄດ້.

ການສຶບພັນ ແລະ ວົງຈອນຊີວິດ
LARReC
ຂັ້ນຕອນ ການລ້ຽງ ແລະ ການຂະຫຍາຍພັນປາຊວາຍໝາກໄມ້ໜອງແຕ່ງ

ສຳລັບປາທຳມະຊາດ ປາແມ່ນ້ຳໜັກ 10 ກິໂລ ຈະມີໄຂ່ 1.000.000 ໜ່ວຍ ຫຼັງຈາກປະສົມພັນແລ້ວໄຂ່ຈະຕິດຕາມຮາກໄມ້ຕ່າງໆ, ຫຼັງຈາກລູກອ່ອນຝັກແຕກແລ້ວມັນຈະລ່ອງໄປຕາມກະແສນ້ຳ ເພື່ອເຂົ້າໄປສູ່ເຂດອະນຸບານ ແລະ ຫາກິນເຂດນ້ຳຖ້ວມ ທີ່ຕໍ່ໃສ່ສາຍຫ້ວຍ ແລະ ດອນການນ້ຳທີ່ນ້ຳຖ້ວມ ເຊັ່ນ: ບໍລິເວນ ດອນໂຂງ ແລະ ປາກນ້ຳມູນ ເມື່ອຕົ້ນລະດູແລ້ວ ເຖິງເດືອນຕຸລາ ຊ່ວງລະດັບນ້ຳຫຼຸດລົງ ແມ່ນກະຕຸ້ນໃຫ້ປາອອກຈາກທົ່ງນ້ຳຖ້ວມເຂົ້າສູ່ແມ່ນ້ຳຂອງ ແລ້ວເຂົ້້າໄປລີ້ໄພຢູ່ວັງນ້ຳເລິກ. ການເຄື່ອນຍ້າຍແມ່ນມີສ່ວນຜົວພັນກັບລະບົບດວງເດືອນ ໂດຍສະເພາະແມ່ນເດືອນເພັງ ເດືອນພະຈິກ ຫາ ເດືອນທັນວາ ຮອດເດືອນກຸ່ມພາ. ເມືອລະດູຝົນມາເຖິງ (ພຶດສະພາ ຫາ ມິຖູນາ) ກະຕຸ້ນໃຫ້ປາທີ່ມີໄຂ່ ແລະ ນ້ຳເຊື້ອ ເລີ່ມມີການເຄື່ອຍ້າຍຂຶ້ນເພື່ອປະສົມພັນ (MRC, 2004).

ການປະກອບສ່ວນ