ຜະລິດຕະພັນທ້ອງຖີ່ນ

ບ້ານປາກມີ້, ເມືອງຊະນະຄາມ, ແຂວງວຽງຈັນ (ໜື່ງເມືອງໜື່ງຜະລິດຕະພັນ) ໄດ້ມີການຜະລິດໝາກກ້ວຍເປັນ ເປັນຜະລິດຕະພັນປະຈຳເມືອງທີ່ມີຊື້ສຽງ, ເລິ່ມແຕ່ປີ 2000 ເປັນຕົ້ນມາ ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ມີການປຸ່ງແຕ່ງເປັນແບບຄອບຄົວ ຈົນມາເຖິງ ປີ 2012 ຈື່ງໄດ້ຈັດຕັ້ງກຸ່ມຜະລິດຂື້ນ, ຈາກນັ້ນໄດ້ມີການຈັດຕັ້ງປະຕິບັດ ແລະ ພັດທະນາຜະລິດຕະພັນ ໂດຍມີການຝືຶກອົບຮົມ ໂດຍມີການສົ່ງເສີມຈາກກົມສົ່ງເສີມກະສິກຳ. ເຊິ່ງປະຊາຊົນພາຍໃນບ້ານໄດ້ຈັດຕັ້ງກຸ່ມຜະລິດ ແລະ ວາງຂາຍໃຫ້ແກ່ນັກທ່ອງທ່ຽວ ຫຼື ແຂກຜ່ານທາງ ເຊິ່ງບ້ານດັ່ງກ່າວເປັນບ່ອນແວ້ເຊົ່າ, ເຊິ່ງຜະລິດຕະພັນໝາກກ້ວຍແມ່ນໄດ້ຮັບຄວາມນິຍົມ, ຈາກນັ້ນກົມສົ່ງເສີມກະສິກຳ ແລະ ກົມສົ່ງເສີມການຄ້າ ໄດ້ມອບກາໝາຍ ໜື່ງເມືອງໜື່ງຜະລິດຕະພັນ ໃຫ້ແກ່ບ້ານດັ່ງກ່າວ. ປະຈຸບັນໄດ້ມີຜະລິດຕະພັນກ້ວຍອົບເນຍ ແລະ ກ້ວຍອົບແຫ້ງ. ນອກນີ້ຍັງມີຜະລິດຕະພັນຈາກໝາກໄມ້ນາໆຊະນິດ.

ການປະກອບສ່ວນ