ຕ່ອງໂສ້ການຕະຫຼາດ

ຜູ້ຜະລິດ: ສຳຫຼັບໝາກກ້ວຍນ້ຳແລ້ວ ສ່ວນຫຼາຍແມ່ນ ປະຊາຊົນທີ່ມີດິນສວນເປັນກຳມະສິດຂອງຕົວເອງ ແລະ ປູກເພື່ອຮັບໃຊ້ພາຍໃນຄອບຄົວ, ຫາກຜົນຜະລິດໄດ້ຫຼາຍກໍ່ນຳສົ່ງຂາຍຕາມຕະຫຼາດທ້ອງຖີ່ນ ຫຼື ມີຜູ້ມາຮັບຊື້ເພື່ອສົ່ງຂາຍຕໍ່ຕະຫຼາດ. ນອກນັ້ນຍັງມີກຸ່ມຜະລິດເພື່ອແປຮູບເປັນສີນຄ້າຈ່ຳໜ່າຍພາຍໃນທ້ອງຖີ່ນເອງ.

ຜູ້ຈຳໜ່າຍ: ສ່ວນຫຼາຍແມ່ນສະມາຊິກພາຍໃນຄອບຄົວຂອງຜູ້ຜະລິດ ໄດ້ເກັບຜົນຜະລິດຈາກສວນ ແລ້ວນຳເອົາມາຂາຍຕາມຕະຫຼາດທ້ອງຖີ່ນ ຫຼື ຕັ້ງຮ້ານນ້ອຍ, ໂຕະ ວາງຂາຍຕາມແຄມທາງປະປົນກັບຜົນຜະລິດອື່ນໆທີ່ເກັບຈາກສວນຕົນເອງ, ທັ້ງສີນຄ້າແບບແປຮູບ ແລະ ສົດ. ຜູ້ຈຳໜ່າຍສຳຄັນກໍ່ແມ່ນແມ້ຄ້າຄົນກາງ ທີ່ນັ່ງຂາຍຕາມຕະຫຼາດໃຫຍ່ໃນເມືອງ ຫຼື ຮ້ານຂາຍທົ່ວໄປພາຍໃນເມືອງ ໂດຍຮັບຜະລິດຕະພັນ ຫຼື ໝາກກ້ວຍສົດມາຂາຍຕໍ່.

ຜູ້ຊື້: ຖ້າເປັນໝາກກ້ວຍສົດ ສ່ວນຫຼາຍຜູ້ທີ່ອາໄສຢູ່ໃນເມືອງມາຊື້ເພື່ອຮັບປະທານສົດ, ອິກຈຳນວນໜື່ງແມ່ນຮ້ານແປຮູບຜະລິດຕະພັນຈາກໝາກກ້ວຍ ມາຊື້ໝາກກ້ວຍເພື່ອນຳໄປແປຮູບເປັນຫຼາກຫຼາຍລາຍການອາຫານ ເພື່ອສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນຈາກໝາກກ້ວຍ.

ລາຄາ ແລະ ແນວໂນມທາງດ້ານຕະຫຼາດ: ໂດຍທົ່ວໄປພາຍໃນທ້ອງຖີ່ນ ກ້ວຍໜື່ງຫວີຈະຂາຍໃນລາຄາ 2000-5000 ກິບ, ຖ້າຂາຍຢູ່ຕະຫຼາດໃນເມືອງລາຄາຈະເພີ່ມຂື້ນ 4000-7000 ກິບ. ຖ້າເປັນຜະລິດຕະພັນກໍ່ຈະຂາຍລາຄາທີ່ແຕກຕ່າງກັນຕາມຜະລິດຕະພັນເຊັ່ນ: ກ້ວຍອົບເນຍ ຖົງ ໜື່ງປະມານ 15000 ກິບ/ຖົງ, ເຄັກໝາກກ້ວຍເຮັດເປັນກ້ອນນ້ອຍລາຄາ 2000 ກິບ/ກ້ອນ, ຖ້າເປັນກ້ວຍສາບ ຖ້າຖົງນ້ອຍ ລາຄາ 5000 ກິບ/ຖົງ, ຖົງໃຫຍ່ 10000 ກິບ/ຖົງ ແລະ ນອກຈາກນີ້ຍັງມີຜະລິດຕະພັນອື່ນໆອິກ ເຊິ່ງລາຄາແມ່ນຂື້ນກັບແຕ່ລະທ້ອງຖີ່ນ. ໝາກກ້ວຍສົດ ແລະ ຜະລິດຕະພັນຈາກກ້ວຍ ຍັງມີການຂະຫຍາຍໃນທາງບວກ ເພາະມີຄົນນິຍົມຮັບປະທານກ້ວຍຫຼາຍຂື້ນ ແລະ ກ້ວຍເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ມີປະໂຫຍດຕໍ່ຮ່າງກາຍ.

Keooudone

ຕ່ອງໂສ້ຜະລິດຕະພັນໝາກກ້ວຍ

ການປະກອບສ່ວນ