ນະໂຍບາຍ

ສຳຫຼັບເຂດທົ່ງພຽງໄດ້ມີຈຸດສຸມເນັ້ນໃສ່ປູກກ້ວຍເປັນພືດເສດຖະກິດ, ເພາະກ້ວຍເປັນພືດທີ່ມີທ່າແຮງທາງດ້ານເສດຖະກິດ ແລະ ສາມາດແປຮູບໄດ້ຫຼາກຫຼາຍຜະລິດຕະພັນ. ແຕ່ຄຽງຄູ່ກັບການປູກກ້ວຍແບບພື້ນເມືອງ ຍັງມີການລົງທືນຈາກຕ່າງປະເທດໂດຍສະເພາະແມ່ນຈາກນັກລົງທຶນຊາວຈີນ ເຊິ່ງການລົງທຶນແມ່ນຍັງບໍ່ຊອດຄ່ອງກັບແຜນພັດທະນາກະສິກຳແບບສີຂຽວ, ໄດ້ມີການນຳສານເຄມີເກີດຂອບເຂດ ແລະ ເຮັດໃຫ້ມີຜົນກະທົບຕໍ່ສີ່ງແວດລ້ອມ, ຍັງເຮັດໃຫ້ບົດບັງຜົນຜະລິດທີ່ມີຄຸນນະພາບຈາກທ້ອງຖີ່ນອື່ນທີ່ປູກແບບປອດສານຜິດ.  ເຖີງຢ່າງໃດກໍ່ຕາມຜົນຜະລິດແບບປອດສານຜິດຍັງໄດ້ຮັບຄວາມໄວ້ວ່າງໃຈຈາກຜູ້ບໍລິໂພກ ແລະ ຍັງມີການສົ່ງເສີມເພື່ອເປັນຜະລິດຕະພັນທ້ອງຖີ່ນເພື່ອຂາຍພາຍໃນ ແລະ ຕ່າງປະເທດ.

ການປະກອບສ່ວນ