ພະຍາດ, ສັດຕູພືດ ແລະ ການຄວບຄູມ

  1. ພະຍາດຮາກເນົ່າ ເກີດຈາກເຊື້ອຣາ ໂດຍຈະເຮັດໃຫ້ໃບເຫຼືອງ ແລະ ມ້ວນງໍ້ເມື່ອຖືກແດດກ້າ, ໃບ ແລະ ກ້ານຈະຫ່ຽວຕາຍ, ໝາກຈະມີສີເຫຼືອງຄ້າຍໝາກສຸກ ແລະ ລ່ວງງ່າຍ ເມື່ອຂຸດໂຄນຕົ້ນຈະພົບຮາກຝອຍເນົ່າ ລາມໄປຫາເຫງົ້າ ຈະເຮັດໃຫ້ທັ້ງຕົ້ນລົ້ມຕາຍ.

  2. ໄມ້ແມງທີ່ເປັນສັດຕູເຊັ່ນ: ດ້ວງງວງໄຊເຫງົ້າ ແລະ ຕົ້ນ, ແມງຫາງແຫ, ແມງເຕົ່າທອງ, ໜອນກະທູ້, ແມງວັນໝາກໄມ້ ເປັນຕົ້ນ.

ການຄວບຄຸມການເກີດພະຍາດ

ການກຳຈັດພະຍາດເນົ່າເຫຼືອງເປັນເລື່ອງຍາກທີ່ສຸດ ເພາະເຊື້ອຣາ Fusarium ສາມາດມີຊີວິດຢູ່ໃນດິນໄດ້ດົນຫຼາຍປີ ແລະ ທີ່ສຳຄັນບໍ່ມີສານເຄມີກຳຈັດເຊື້ອຣາຊະນິດນີ້ໄດ້, ສະນັ້ນສີ່ງທີຄວນຄຳນືງຕ້ອງໄດ້ເລືອກໜໍ່ພັນທີປາສະຈາກພະຍາດເນົ່າເຫຼືອງ ແລະ ເລືອກຈາກສຸ່ມທີ່ບໍ່ເຄີຍເປັນພະຍາດເນົ່າເຫຼືອງ ຫຼື ສວນທີ່ບໍ່ເຄີຍເປັນຍີ່ງດິ. ຫຼັງຈາກປູກແລ້ວ ກໍ່ຕ້ອງໜັ້ນກວດເບີ່ງຢູ່ສະເໝີ ຫາກມີອາການດັ່ງກ່າວໃຫ້ທຳລາຍຖີ້ມທັນທີ. ຖ້າພື້ນທີປູກທີ່ເຄີຍພົບພະຍາດນີ້ ກໍ່ມີໂອກາດສູງທີ່ຈະຕິດເຊື້ອຣາ ຊະນິດນີ້ຊ້ຳອິກ ການໃຊ້ສານຊີວະພັນ (Biofungicide) ກຳລັງເປັນທີສົນໃຈເພື່ອໃຊ້ປ້ອງກັນ ແລະ ກຳຈັດພະຍາດຈາກເຊື້ອຣາຊະນິດນີ້.

ການປະກອບສ່ວນ