ໂພຊະນາການ

ໝາກກ້ວຍນ້ຳ ເປັນໝາກໄມ້ທີ່ມີຄວາມສຳຄັນໃນການບໍາລູງຮ່າງກາຍ ແລະ ເປັນແຫຼ່ງພະລັງງານ ເພາະວ່າກ້ວຍໜື່ງໜ່ວຍໃຫ້ພະລັງງານແກ່ຮ່າງໄດ້ຫຼາຍກວ່າ 100 ແຄລຣີ ແລະ ຍັງອຸດົມໄປດ້ວຍນ້ຳຕານທຳມະຊາດເຖິງ 3 ຊະນິດເຊັ່ນ: ຊູໂຄຣສ, ຟຣຸກໂຕດ ແລະ ກລູໂຄສ. ນອກຈາກນີ້ຍັງມີເສັ້ນໃຍອາຫານ, ກາກອາຫານ, ວິຕາມິນບິ 6 ເຊິ່ງເປັນທາດອາຫານຊ່ວຍກະຕຸ້ນລະບົບພູມຕ້ານທານ ແລະ ຍັງມີແຮ່ທາດແມັກເນຊຽມ ແລະ ໂພແທສຊຽມ ທີ່ຊ່ວຍປ້ອງກັນພະຍາດຄວາມດັນ.

ກ້ວຍນ້ຳເປັນກ້ວຍທີ່ໃຫ້ແຄລຊຽມສູງສຸດ ແລະ ຍັງມີວິຕາມິນບິ 1, 2 ແລະ ວິຕາມິນຊີ ໃນປະລິມານເທົ່າກັນ ສຳຫຼັບທາດອາຫານທີ່ມີຄວາມພິເສດຈາກກ້ວຍຊະນິດອື່ນກໍ່ຄື ເປັນແຫຼ່ງຂອງໂປຣຕິນ, ອາຊິດອະມິໂນ, ອາຣ໌ຈິນິນ ແລະ ຮິສຕິດິນ ເຊິ່ງທາດທັ້ງໝົດນີ້ລ້ວນມີຄວາມຈຳເປັນຕໍ່ການຈະເລິນເຕິບໂຕຂອງເດັກນ້ອຍໃນທ້ອງແມ່  ສະນັ້ນກ້ວຍນ້ຳຈື່ງມີຄວາມສຳຄັນຕໍ່ການຈະເລິນເຕິບໂຕຂອງເດັກນ້ອຍ.

ຄູນຄ່າທາງໂພຊະນາການຂອງກ້ວຍ 100 ກຣາມມີດັ່ງນີ້: ພະລັງງານ 122 ກິໂລແຄລຣິ, ໂປຣຕິນ 1.2 ກຣາມ, ໄນອາຊິນ 0.6 ມິລລິກຣາມ, ວິຕາມິນຊີ 14 ມິລລິກຣາມ, ຄາຣ໌ໂບໄຮເດຣດ 26.1 ກຣາມ, ແຄລຊຽມ 12 ມິລລິກຣາມ, ໄຂມັນ 0.3 ກຣັມ, ຟອສຟໍຣັສ 32 ມິລລິກຣາມ, ວິຕາມິນເອ 375 ໜ່ວຍສາກົນ, ເຫຼັກ 0.8 ມິລລິກຣາມ, ວິຕາມິນບີ 10.03 ມິລລີກຣາມ, ວິຕາມິນບີ 20.04 ມິລກຣາມ, ນ້ຳ 7.6 ກຣາມ.

ການປະກອບສ່ວນ