ການແປຮູບກ້ວຍນ້ຳ

ທຸກສ່ວນຂອງຕົ້ນ, ໃບ, ດອກ ແລະ ໝາກ ແມ່ນສາມາດໃຊ້ປະໂຫຍດໄດ້ຫຼາຍຢ່າງ, ສາມາດປູງແຕ່ງອາຫານໄດ້ຫຼາຍກວ່າ 30 ລາຍການ (ເຕັກນິກການປູງແຕ່ງອາຫານຈາກກ້ວຍ). ນອກຈາກເປັນໝາກໄມ້ສົດແລ້ວ, ຍັງມີຜະລິດຕະພັນຕ່າງໆທີ່ໄດ້ມີການແປຮູບເພື່ອສາມາດເກັບໄວ້ໄດ້ຫຼາຍວັນເຊັ່ນ: ກ້ວຍອົບແຫ້ງ, ກ້ວຍສາບ, ເຄັກກ້ວຍ ແລະ ເຂົ້າໜົມຕ່າງໆທີ່ຜະລິດຈາກກ້ວຍ.

ການແປຮູບຈາກກ້ວຍດິບ: ກ້ວຍອົບເນຍ, ກ້ວຍສາບ, ກ້ວຍກອບແກ້ວ ໂດຍໃຊ້ກ້ວຍດິບ ນຳມາຝານບາງໆ ຕາມລວງຍາວຂອງໝາກ ຫຼື ລວງຂວາງ. ເມື່ອຝານແລ້ວອາດຈະນຳໄປຕາກແດດ ຫຼື ຝານລົງໜໍ້ໄດ້ທັນທີ່ກໍ່ໄດ້ ແລະ ທອດໃນໜໍ້ນ້ຳມັນທີ່ຮ້ອນຈັດ. ເມື່ອກ້ວຍຈະຟູຂື້ນ ແລ້ວ ກໍ່ຕັກເອົາຂື້ນ, ຫຼັງຈາກນັ້ນກໍ່ຊັບນ້ຳມັນດ້ວຍເຈ້ຍເຟືອງ ຫຼື ເຈ້ຍເອສີ່. ນອກຈາກນັ້ນອາດນຳໄປປຸງແຕ່ງກັນເນີຍ ເອີ້ນວ່າ ກ້ວຍອົບເນີຍ ຫຼື ກ້ວຍສາບ(ຖ້າມັກຫວານໃຫ້ໂຮຍນ້ຳຕານທີ່ຄ້ຽວເກືອບແຫ້ງ ເອີ້ນວ່າ ກ້ວຍສາບ ຫຼື ນຳໄປເຊື່ອມໃນນ້ຳເຊື່ອມ ແລ້ວເອົາລົງທອດອິກຄັ້ງຢ່າງໄວໄວ ເອີ້ນວ່າກ້ວຍກອບແກ້ວ. ນຳກ້ວຍດິບມານື່ງໃຫ້ສຸກ ປອກເປືອກ ຫັ່ນ ແລະ ອົບໃຫ້ແຫ້ງ ແລ້ວບົດໃຫ້ລະອຽດເປັນແປ້ງ ໃຊ້ເຮັດເຂົ້າໜົມກ້ວຍ ແລະ ບົວລອຍ ຫຼື ປະສົມກັບແປ້ງເຄັກໃຊ້ເຮັດກຸກກີິິ້ ເຮັດໃຫ້ມີກີ່ນຫອມຈາກກ້ວຍ.

ການແປຮູບກ້ວຍສຸກ: ກ້ວຍຕາກ ນຳເອົາກ້ວຍທີ່ສຸກງົມ ມາປອກເປືອກ ແລະ ນຳໄປຕາກແດດ 1-2 ແດດ  ຈາກນັ້ນນຳມາຄືງເພື່ອໃຫ້ກ້ວຍນຸ່ມ ແລ້ວນ້ຳໄປຕາມອິກ 5-6 ແດງ ຫຼື ຈົນກວ່າກ້ວຍຕາມຕ້ອງການ (ໃນທຸກໆ ວັນທີ່ເກັບໃຫ້ນຳກ້ວຍທັ້ງໝົດມາລວມກັນ ນ້ຳຫວານຈາກກ້ວຍຈະອອກມາທຸກວັນ ແລະ ກ້ວຍຈະຊ້ຳ ແລ້ວນຳໄປຕາກແດດ). ອົບດ້ວຍເຕົ້າຂະໜາດໃຫຍ່ໂດຍເຮັດເປັນເຕົ້າອົບແສງຕາເວັນ ອົບປະມານ 1 ອາທິດ ກໍ່ຈະແຫ້ງດີ, ຖ້າມີເຕົ້າອົບໄຟຟ້າກໍ່ໄດ້ເຊັ່ນດຽວ. ກ້ວຍກວນ ນຳກ້ວຍສຸກງົມມາຍີ ແລ້ວປະສົມກັບນ້ຳຕານ ແລະ ກະທິ ນຳໄປກວນໃນໜໍ້ ແລ້ວ ໃສ່ໄຟ ອ່ອນໆ ຈົນສຸກ ປັ້ນເປັນກ້ອນກົມ ຫຼື ສີ່ຫຼ່ຽມ ແລ້ວຫຼໍ່ດ້ວຍເຈ້ຍ. ເຂົ້າກຽບກ້ວຍ ໃຊ້ກ້ວຍສຸກປະສົມກັບແປ້ງ ແລະ ເກືອ ອາດເຕີມນ້ຳຕານເລັກນ້ອຍນວດແລ້ວເຮັດເປັນກ້ອນຍາວ ນຳໄປນື່ງໃຫ້ສຸກ ເມື່ອສຸກແລ້ວນຳອອກມາປະໄວ້ໃຫ້ເຢັນ  ແລ້ວຝານເປັນປ່ຽງບາງໆ ແລ້ວ ນຳໄປຕາກແດດໃຫ້ແຫ້ງ ແລ້ວນຳມາທອດ ຮັບປະທານເປັນອາຫານວາງ.

ການປະກອບສ່ວນ