ເຕັກນິກການປູກກ້ວຍນ້ຳ

ການຂະຫຍາຍພັນກ້ວຍສາມາດເຮັດໄດ້ 2 ວິທີ ຄື: ການປູກດ້ວຍແພຈຸລັງ ແລະ ການແຍກໜໍ່ ຫຼື ເຫງົ້າ. ການປູກດ້ວຍແພຈຸລັງແມ່ນເປັນວິທີເຮັດໃນຫ້ອງປອດເຊື້ອ ແລະ ມີຂັ້ນຕອນທີ່ຍຸ້ງຍາກຈື່ງບໍ່ນິຍົມໃນລາວເຮົາ. ການປູກກ້ວຍດ້ວຍວິທີການແຍກໜໍ່ ຫຼື ເຫງົ້າ: ເປັນວີທິງ່າຍ ແລະ ມີການນຳໃຊ້ມາແຕ່ບູຮານຈົນເຖິງປະຈຸບັນນີ້, ດ້ວຍການຂຸດເອົາໜໍ່ໍ່ຫຼືເຫງົ້າຈາກ ສຸ່ມພໍ່ແມ່ພັນ ເອົາມາປູກໃຫ້ເປັນສຸ່ມໃໝ່. ກ້ວຍນ້ຳເປັນພືດທີ່ປູກງ່າຍ, ຈະເລິນເຕິບໂຕໄດ້ໃນເກືອບທຸກສະພາບດິນ, ແຕ່ຈະເລິນເຕິບໂຕໄດ້ດີບ່ອນດິນທີ່ອຸດົມສົມບູນໄປດ້ວຍແຮ່ທາດ, ມີຄວາມຊຸ່ມຊື່ນສູງ, ດິນລະບາຍນ້ຳໄດ້ດີ, ບໍ່ມັກນ້ຳຂັງ. ຫຼັງຈາກການປູກແລ້ວຈະໄດ້ຮັບຜົນຜະລິດຄັ້ງທຳອິດເມື່ອປູກໄດ້ 7-10 ເດືອນ ແລະ ເຫງົ້າສາມາດແຕກໜໍ່ເປັນຕົ້ນໃໝ່ເພື່ອໃຫ້ຜົນຜະລິດໃນປີຕໍ່ໄປ.

ການກະກຽມດິນ ແລະ ຂຸມປູກ.

ກຽມພື້ນທີ່ໃຊ້ປູກ ຫຼື ຄວນໄຖພວນດິນ ແລະ ຕາກດິນໄວ້ 1-2 ອາທິດ ເພື່ອກຳຈັດວັດຊະພືດກ່ອນປູກ ຫາກປູກພຽງເລັກນ້ອຍໃຫ້ຂຸດຂຸມປູກເລີຍ. ການວາງແຖວ ແລະ ຂຸດຂຸມປູກໃນໄລຍະ 4 x 4 ມ ຫຼື ຫຼາຍກວ່າ ຖ້າປູກຖີ່ກວ່ານີ້ເມື່ອໄດ້ 2 ຂື້ນໄປອາດຈະເຮັດໃຫ້ໜໍ່ທີ່ເກີດໃໝ່ຖີ່ເກີນໄປ ແລະ ເຮັດໃຫ້ເປັນຕົ້ນນ້ອຍ ເຮັດໃຫ້ຮັບຜົນຜະລິດຕໍ່າ. ຂຸມປູກຄວນມີຂະໜາດເທົ່າກັນຂອງຄວາມເລິກ, ກວ້າງ ແລະ ຍາວ ເທົ່າ 50x50x50 ຊມ ຫຼື ກວ່ານີ້ຍິ່ງເປັນການດີ. ໃສ່ຝຸ່ນມູນສັດ ອັດຕາ 2-3 ກິໂລ/ຂຸມ, ປູ໋ຍຍູເຣຍ ອັດຕາ 50-100 ກຣາມ/ຂຸມ, ພ້ອມປັບດິນປະສົມກັນໃຫ້ສູງປະມານເຄີ່ງໜື່ງຂອງຂຸມ ຫຼື ປະມານ 25 ຊມ.

ວິທີປູກ

ນຳເອົາໜໍ່ ຫຼື ເຫງົ້າທີ່ຕ້ອງການປູກລົງຂຸມ ແລະ ເອົາດິນຖົ່ມໃຫ້ສູງປະມານ 10 ຊມ, ເພື່ອໃຫ້ຫຼຸບເລັກນ້ອຍສຳຫຼັບນ້ຳຂັງ ແລະ ໃສ່ຝຸ່ນໃນຄັ້ງຕໍ່ໄປ.

ການບົວລະບັດຮັກສາ

ການໃຫ້ນ້ຳ: ໂດຍທົ່ວໄປແມ່ນຈະໄດ້ຮັບນ້ຳເມື່ອລະດູຝົນ ເພາະກ້ວຍເປັນພືດທີ່ທົນແລ້ງໄດ້ດີ, ຖ້າມີລະບົບຊົນລະປະທານເຂົ້າເຖິງ ຄວນເອົານ້ຳເຂົ້າໃນສະເພາະຊ່ວງລະດູແລ້ງ ຈະເຮັດໃຫ້ຕົ້ນຈະເລິນເຕິບໂຕໄດ້ດິ ແລະ ໄດ້ຮັບຜົນຜະລິດຢ່າງມີປະສິດຕິພາບ.

ການໃສ່ຝຸ່ນ ແລະ ປຸ໋ຍແບ່ງເປັນ 3 ໄລຍະຄື: 1) ໄລຍະຕຽມຂຸມປູກ ຄວນຮອງພື້ນດ້ວຍຝຸ່ນຄອກໃນອັດຕາ 2-3 ກິໂລ/ຂຸມ, ປຸ໋ຍຍູເຣຍ ອັດຕາ 50-100 ກຣາມ ຫຼື ປະມານ 1-2 ກຳມື. 2) ຝຸ່ນຄອກ ຄວນໃສ່ອິກຄັ້ງເມື່ອຕົ້ນກ້ວຍອາຍຸໄດ້ 1-3 ເດືອນ, ໃສ່ຝຸ່ນຄອກ ແລະ ປຸ໋ຍໝັກ ໃນອັດຕາ 2-3 ກິໂລ/ຂຸມ ລວມກັບປຸ໋ຍສູດ 15-15-15 ໃນອັດຕາ 100-200 ກຣາມ/ຂຸມ. 3) ເມື່ອຕົ້ນກ້ວຍໄດ້ປະມານ 5-7 ເດືອນ ຫຼືກ່ອນອອກປີກ້ວຍໃຫ້ໃສ່ປຸ໋ຍສູດ 12-24-24 ໃນອັດຕາ 100-200 ກຣາມ/ຂຸມ ໂດຍການຫວ່ານອ້ອມໂຄນຕົ້ນ.

ການຕັດຕົ້ນ ແລະ ໄວ້ໜໍ່ໃໝ່

ກ້ວຍສຸ່ມໜື່ງຄວນໄວ້ໜໍ່ປະມານ 3 ໜໍ່ ແລະ ຕົ້ນແມ່ ດ້ວຍວິທີການດັ່ງນີ້: 1) ໜໍ່ທີ່ຂື້ນທຳອິດແມ່ນໜໍ່ແມ່ໃຫ້ຈົ່ງໄວ້ຈົນໄດ້ຮັບຜົນຜະລິດ. 2) ໜໍ່ທີ່ຂື້ນຕໍ່ມາໃນໄລຍະ 1-2 ເດືອນໃຫ້ຕັດຖີ້ມ ເພື່ອໃຫ້ໜໍ່ທຳອິດໃຫ້ຈະເລີນເຕິບໂຕເຕັມທີ່. 3)ເມື່ອໜໍ່ທຳອິດໄດ້ອາຍຸປະມານ 3 ເດືອນໃຫ້ປ່ອຍໜໍ່ໃໝ່ຂື້ນ ແຕ່ຄວນປ່ອຍໃຫ້ຂື້ນໜໍ່ດຽວກ່ອນ. 4) ແລ້ວໜໍ່ຕໍ່ໄປກໍ່ເຮັດລັກສະນະດຽວກັນ ເຊິ່ງຈະມີປະມານ 4 ຕົ້ນ/ປີ ຈົນເຖິງຮອດອາຍຸຕົ້ນທຳອິດໄດ້ຕັດເຄືອ ແລະ ຕັດຕົ້ນທຳອິດອອກ ແລ້ວປ່ອຍໃຫ້ໝໍ່ໃໝ່ຂື້ນແທນທີ່.

ການປະກອບສ່ວນ