ການເກັບປີ ແລະ ເກັບຜົນຜະລິດ

ຕົ້ນກ້ວຍທີ່ປູກ ຕົ້ນທຳອິດຈະເລິ້ມອອກປີ ຫຼື ດອກເມື່ອມີອາຍຸປະມານ 8 ເດືອນ, ຫຼັງຈາກປີທີ່ແທ້ງອອກມາຈະເລິນເຕິບໂຕເປັນໜາກ ໂດຍໃຊ້ເວລາປະມານ 2 ອາທິດ, ຈາກນັ້ນ ຍັງເຫຼືອສ່ວນປາຍເຄືອທີ່ບໍ່ຕິດໝາກ ທີ່ເຮົາເອິ້ນກັນວ່າປີກ້ວຍ. ໃຫ້ສັງເກດເບີ່ງວ່າ ຫວີກ້ວຍສຸດ ແລະ ຫວີຕໍ່ໄປບໍ່ພັດທະນາເປັນໜາກໃຫ້ຕັດປີໄດ້ເລີຍ. ໃຫ້ຕັດບໍລິເວນຂໍ້ດ້ານລຸ່ມຂອງຫວີສຸດທ້າຍ ຫຼື ຕັດຫວີທີມີລັກສະນະໝາກບໍ່ເທົ່າຫວີອື່ນອອກໄດ້ເຊັ່ນດຽວກັນ.

ການຕັດເຄືອກ້ວຍ

ການເກັບໝາກກ້ວຍດິບ ແມ່ນໃຫ້ເລືອກເຄືອທີ່ຍັງເຫັນໝາກເປັນຫຼ່ຽມ ເຊິ່ງກ້ວຍຈະແກ່ແລ້ວປະມານ 75% ການຕັດໄລຍະນີ້ແມ່ນເໝາະສົມສຳຫຼັບເພື່ອນຳໄປແປຮູບ ຫຼື ສົ່ງອອກຕ່າງປະເທດ.

ຫຼັງຈາກຕັດປີແລ້ວໝາກກ້ວຍກໍ່ຈະເລິ່ມແກ່ພາຍໃນ 70-80 ວັນ, ການເກັບກ້ວຍກ່ອນໄລຍະສຸກ ຈະສັງເກດໝາກຈະອວບ ແລະ ບໍ່ມີຫຼ່ຽມ ເປັນໄລຍະສຳຫຼັບເກັບຈຳໜ່າຍໃນປະເທດເພື່ອຮັບປະມານໝາກສຸກ ເຊິ່ງໝາກຈະສຸກເຫຼືອງປະມານ 3-7 ວັນ ຫຼັງຈາກຕັດເຄືອຈາກຕົ້ນ.

ການຕັດເຄືອກ້ວຍຈະຕັດຕົ້ນພ້ອມ ໂດຍຕັດບໍ່ໃຫ້ຂາດບາດດຽວໃຫ້ຕົ້ນຄ່ອຍໆລົ້ມລົງ ແລ້ວຕັດເອົາເຄືອກ້ວຍຈາກນັ້ນໃຫ້ຕັດຕົ້ນເປັນຊີ້ນສ່ວນໜ້ອຍໆ ໃຫ້ເປັນຝຸ່ນສົດໃຫ້ຕົ້ນໃໝ່.

ການປະກອບສ່ວນ