APA 6th ed. ແບ້ / Goat. (2020, December 17). Retrieved from https://www.phakhaolao.la/kb/0000945
MLA 8th ed. ແບ້ / Goat. Pha Khao Lao, 17 December 2020, https://www.phakhaolao.la/kb/0000945.
Chicago 17th ed. Pha Khao Lao. 2020. "ແບ້ / Goat." Published December 17, 2020. https://www.phakhaolao.la/kb/0000945.
ການນຳໃຊ້ວັດຖຸທ້ອງຖິ່ນເພື່ອຜະລິດກ້ອນເກືອແຮ່ທາດ
ກ້ອນເກືອແຮ່ທາດປະກອບດ້ວຍເກືອ ແລະ ແຮ່ທາດຕ່າງໆເມື່ອແບ້ໄດ້ກິນ ຈະເຮັດໃຫ້ການຂະຫຍາຍຕົວໄດ້ດີ, ໃຫ້ນໍ້ານົມສູງ, ກະດູກແຂງແກ່ນ ແລະ ສາມາດຕ້ານກັບການແຕກຫັກໄດ້. ນອກນັ້ນຍັງເຮັດໃຫ້ແບ້ບໍ່ແຫ, ກັບມານອນຄອກທຸກມື້ເຊິ່ງເປັນການຕິດຕາມກວດກາໄດ້ງ່າຍ.
ສ່ວນປະສົມທີ່ສຳຄັນ
1. ກະດູກທົ່ວໄປ 4 ສ່ວນ
2. ເກືອກິນ 2 ສ່ວນ
3. ດິນໂພນ 1 ສ່ວນ
ວິທີເຮັດທີ່ງ່າຍດາຍ:
ນຳເອົາກະດູກໄປເຜົາໄຟໃຫ້ກາຍເປັນສີຂາວໆ ນຳເອົາໄປຕໍາໃຫ້ມຸ່ນຈາກນັ້ນຕອງເອົາແຕ່ອັນເປັນຝຸ່ນຈຳນວນ 4 ສ່ວນ ນຳເອົາດິນໂພນມາຕໍາໃຫ້ມຸ່ນໆເຊັ່ນກັນ ແລ້ວຕອງເອົາແຕ່ອັນເປັນຝຸ່ນຈຳນວນ 2 ສ່ວນ ປະສົມສ່ວນປະກອບດັ່ງກ່າວໃຫ້ເຂົ້າກັນດີ ໂດຍຕື່ມນ້ຳລົງເທື່ອລະໜ້ອຍໃຫ້ພໍດີມັນໜຽວ.
ຖອກລົງໃສ່ຖ້ວຍທີ່ເຮົາໄດ້ກະກຽມໂດຍເຈາະຮູເປັນປ່ອງນ້ອຍໆໄວ້ກ່ອນແລ້ວນັ້ນ ເພື່ອໃຫ້ນ້ຳໄຫຼຊືມຜ່ານ ແລ້ວປະໄວ້ຫຼາຍມື້ ຈົນກວ່າວ່າຈະກາຍເປັນກ້ອນແຂງ. ຂັ້ນຕອນສຸດທ້າຍແມ່ນເຮົາແກະເອົາແຕ່ກ້ອນເກືອແຮ່ທາດດັ່ງກ່າວ ໃຫ້ແບ້ໄດ້ກິນເປັນປະຈຳ ຈະເຮັດໃຫ້ແບ້ສາມາດຕ້ານທານຕໍ່ການແຕກຫັກຂອງກະດູກໄດ້.