ແບ້ / Goat

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Capra aegagrus hircus (Linnaeus, 1758) / Bovidae
ຊື່ພ້ອງ
Capra hircus Linnaeus, 1758
Capra depressa Linnaeus, 1758
Capra mambrica Linnaeus, 1758
Capra reversa Linnaeus, 1758
ຊື່ອື່ນ
Eng: Domestic goat
Cambodian:ពពែ
Chinese: 山羊
Thai: แพะ
Vietnamese: Con dê

ພັນລະນາລັກສະນະສັນຖານ

ແບ້ໂຕເຕັມໄວຈະມີຄວາມສູງປະມານ 80 ຊັງຕິແມັດ, ຄວາມຍາວ ປະມານ 100 ຊັງຕິແມັດ. ແຕ່ຂະໜາດອາດຈະແຕກຕ່າງກັນໄປແຕ່ລະສາຍພັນ. ນ້ຳໜັກສູງສຸດປະມານ 140 ກິໂລ. ເຂົາ 1 ຄູ່, ຈະພັດທະນາໄດ້ດີໃນແບ້ເພດຜູ້. ແບ້ເປັນສັດຄ້ຽວເອື້ອງ ພວກມັນຈະມີກະເພາະອາຫານ 4 ຊ່ວງຄືກັບສັດຄ້ຽວເອື້ອງຊະນິດອື່ນ. ຕາມັກຈະເປັນສີນ້ຳຕານ, ມີຮູມ່ານຕາຢູ່ທາງນອນ. ກ້ອງຄາງຈະມີເຄົາຍາວເຫັນໄດ້ຊັດເຈນໃນເພດຜູ້. ເພດແມ່ຈະມີເຕົ້ານ້ຳນົມ.

ສາຍພັນແບ້
1. ພັນໂບເອິ (Boer): ເປັນພັນຊີ້ນ ມີລຳຕົວສີຂາວ ຫົວ ແລະ ຄໍຈະມີສີແດງ, ໃບຫູຍາວປົກ, ນ້ຳໜັກເກີດໃໝ່ 4 ກິໂລ. ໂຕເຕັມໄວເພດຜູ້ 65-90 ກິໂລ, ເພດແມ່ 55-70 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 1.3-1.8 ລິດ. ໄລຍະການໃຫ້ນໍ້ານົມປະມານ 120 ວັນ.

http://boergoatfarming.com/boer-goat-farming-industry/
ແບ້ສາຍພັນໂພເອີ (Boer Goat) © Boer Goat Farming

2. ພັນແບ້ດຳບັງກໍ (Black bengal): ເປັນແບ້ພັນຊີ້ນ ມີຂົນສັ້ນສີດຳ ຫຼື ສີນ້ຳຕານເຂັ້ມ ໃບຫູນ້ອຍຊີ້ຕັ້ງ, ມັກຈະຕົກລູກແຝດ, ສາມາດປະສົມພັນໄດ້ທັ້ງປີ ສ່ວນຊີ້ນມີຄຸນນະພາບດີ ແລະ ລົດຊາດແຊບ, ໜັງມີຄຸນນະພາບ ແລະ ລາຄາສູງ. ນ້ຳໜັກເກີດໃໝ່ 0.7-0.9 ກິໂລ, ໂຕເຕັມໄວເພດຜູ້ 25-30 ກິໂລ, ເພດແມ່ 20-25 ກິໂລ, ຜົນຜະລິດນໍ້ານົມ 0.21-0.29 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 105 ວັນ.

https://farmingmethod.com/black-bengal-goat-farming/
ພັນແບ້ດຳບັງກໍ (Black bengal) © farmingmethod

3. ພັນພື້ນເມືອງ (Native): ໂຕຂະໜາດນ້ອຍມີຫຼາກຫຼາຍສີ, ໃບຫູນ້ອຍຕັ້ງຊື່, ສາມາດປະສົມພັນໄດ້ຕະຫຼອດປີ, ອອກລູກປີລະ 2 ຄັ້ງ. ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ, ກິນອາຫານພວກພືດໄດ້ຫຼາຍຊະນິດ. ນ້ຳໜັກເກີດໃໝ່ 1-1.5 ກິໂລ, ໂຕເຕັມໄວ ເພດຜູ້ໜັກ 25 ກິໂລ, ເພດແມ່ 20 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 0.2-0.3 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 120 ວັນ.

https://www.yula.la/buy-goats-in-namtha-luang-namtha-50242
ພັນພື້ນເມືອງ (Native) © Yula

4. ພັນຊາເນນ (Saanen): ມີຂົນສັ້ນ, ສີຂາວຄຣິມ ຫຼື ນ້ຳຕານອ່ອນ, ໃບຫູນ້ອຍຊີ້ຕັ້ງໄປຂ້າງໜ້າ, ສ່ວນຫຼາຍບໍ່ມີເຂົາທັ້ງໂຕແມ່ ແລະ ໂຕຜູ້. ນໍ້າໜັກເກີດໃໝ່ 3.3 ກິໂລ, ໂຕເຕັມໄວ ເພດຜູ້ໜັກ 70-80 ກິໂລ, ເພດແມ່ 50-55 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 2.2 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 240-300 ວັນ.

https://ghetgllc.com/index.php/product/saanen-goat/
ພັນຊາເນນ (Saanen) © 4 FOR U

5. ພັນແອງໂກນູບຽນ (Anglo Nubian): ເປັນແບ້ສາຍພັນເຄີ່ງຊີ້ນ ແລະ ນົມ. ມີສີດຽວໃນຕົວ ຫຼື ມີສີດ່າງປົນ, ສັນດັງມີລັກສະນະເປັນເສັ້ນໂຄ້ງ, ໃບຫູຍາວປົກລົງ. ນ້ຳໜັກເກີດໃໝ່ 2.5 ກິໂລ, ໂຕເຕັມໄວ ເພດແມ່ 60-70 ກິໂລ, ເພດແມ່ 50-60 ກິໂລ. ຜົນຜະລິດນໍ້ານົມສະເລ່ຍ 1.5 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 165-200 ວັນ.

https://www.marylandzoo.org/animal/anglo-nubian-goat/
ພັນແອງໂກນູບຽນ (Anglo Nubian) © marylandzoo

6. ພັນຫຼາວຊານ (Laoshan): ເປັນສາຍພັນແບ້ນົມ, ມີຂົນສີຂາວຍາວເລັກນ້ອຍ, ແຕ່ຈະຍາວເກີນແກ້ມ, ຫູສັ້ນຊີ້ຕັ້ງຂຶ້ນ, ນ້ຳໜັກເກີດໃໝ່ 1-1.5 ກິໂລ, ໂຕເຕັມໄວເພດຜູ້ 80 ກິໂລ, ເພດແມ່ 60 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 2.2 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 200 ວັນ.

https://fermer.fsetyt.com/laoshan-goat-breed-information/
ພັນຫຼາວຊານ (Laoshan) © Farmer Animals and agriculture

7. ພັນຈຳມູນາປາຣິ (Jamunapari): ເປັນແບ້ສາຍພັນຊີ້ນ ແລະ ນົມ, ລັກສະນະດັງໂຄ້ງງຸ້ມ, ມີຂົນສັ້ນ, ໃບຫູຍາວປົກລົງ, ມີເຂົາທັ້ງເພດຜູ້ ແລະ ເພດແມ່, ເປັນແບ້ທີ່ກິນອາຫານເກັ່ງ, ໃຫຍ່ໄວ, ເໝາະສົມສຳລັບປ່ອຍຫາກິນເອງ ຕາມທຳມະຊາດ ແລະ ໃຊ້ປັບປຸງແບ້ພື້ນເມືອງໃຫ້ມີຂະໜາດໃຫຍ່ຂຶ້ນ. ນ້ຳໜັກເກີດໃໝ່ 3.5-4 ກິໂລ, ໂຕເຕັມໄວເພດຜູ້ໜັກ 68-91 ກິໂລ, ເພດແມ່ 46-63 ກິໂລ.  ສາມາດຜະລິດນໍ້ານົມສະເລ່ຍ 1 ລິດຕໍ່ວັນ. ໄລຍະການໃຫ້ນໍ້ານົມປະມານ 210-240 ວັນ.

https://www.ukatheya.com/jamunapari-goat/
ພັນຈຳມູນາປາຣິ (Jamunapari) © ukatheya

8. ພັນຊາມີ ຫຼື ດາມັສກັສ (Shami/Damuscus):  ໃຫ້ນົມສູງ, ມີຂົນຍາວສີນໍ້າແດງ,

https://www.littlefarmdaily.com/damascus-goats-aka-shami-goats-unique-diamond-in-the-goat-world/
ພັນຊາມີ ຫຼື ດາມັສກັສ (Shami/Damuscus) © littlefarmdaily

ບາງຄັ້ງພົບຈຸດສີຂາວບໍລິເວນໜ້າ,  ແນວສັນຫຼັງ ແລະ ຂາໜ້າ, ໃບຫູຍາວ ແລະ ຫ້ອຍປົກລົງມາ, ມີເຂົາທັ້ງເພດຜູ້ ແລະ ເພດແມ່, ເປັນແບ້ທີ່ປັບຕົວງ່າຍໃນສະພາບພູມີອາກາດທີ່ແຕກຕ່າງກັນ, ຈື່ງສາມາດພັດທະນາສາຍພັນໃຫ້ເໝາະສົມກັບສະພາບການຜະລິດຂອງບ້ານເຮົາ. ນ້ຳໜັກເກິດໃໝ່ 3.5-5.5 ກິໂລ, ໂຕເຕັມທີ່ ເພດຜູ້ໜັກ 75 ກິໂລ, ເພດແມ່ 65 ກິໂລ, ຜົນຜະລິດນໍ້ານົມສະເລ່ຍ 3-4 ລິດຕໍ່ວັນ, ໄລຍະການໃຫ້ນໍ້ານົມປະມານ 305 ວັນ.

ບັນຍາຍການນຳໃຊ້

ແບ້ເປັນສັດລ້ຽງທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ເປັນສັດທີ່ລ້ຽງງ່າຍ ແລະ ຂະຫຍາຍພັນໄດ້ໄວ.

  • ແບ້ເປັນສັດທີ່ໃຫ້ຜົນຜະລິດທັ້ງຊີ້ນ ແລະ ນົມ, ເປັນສັດຂະໜາດນ້ອຍ ຜູ້ຍິງ ແລະ ເດັກນ້ອຍສາມາດລ້ຽງໄດ້.
  • ແບ້ເປັນສັດທີ່ຫາອາຫານກິນເອງເກັ່ງ, ກິນອາຫານໄດ້ຫຼາກຫຼາຍ.
  • ແບ້ເປັນສັດທີ່ຈະເລີນເຕິບໂຕໄດ້ໄວສາມາດຂາຍໄດ້ພຽງອາຍຸ 8 ເດືອນ.
  • ແບ້ເປັນສັດທີ່ສາມາດລ້ຽງໄດ້ໃນທົ່ງພຽງ ແລະ ເນີນສູງ
  • ແບ້ເປັນສັດທີ່ປັບເຂົ້າກັບສະພາບແວດລ້ອມໄດ້ດີ
  • ຊີ້ນແບ້ສາມາດຮັບປະທານໄດ້ເກືອບທຸກສາສະໜາໃນໂລກ.
ການປະກອບສ່ວນ