ອາຫານ ແລະ ການກິນອາຫານຂອງປາເຄິງ
ປາເຄິງຈະກິນອາຫານໄດ້ທັງໜ້ານ້ຳ, ກາງນ້ຳ ແລະ ໜ້າດິນ, ມີກະເຜາະອາຫານຊື່, ໄສ້ຍາວເທົ່າກັບລຳໂຕ, ເປັນປາກິນຊີ້ນ, ແລະ ສັດນ້ອຍ, ກຸ້ງ, ປາ ລວມທັງປູຂະໜາດນ້ອຍ ແລະ ຊາກສັດນ້ຳເປັນອາຫານ (ໄຊວຸດ ແລະ ຄະນະ, 2547). ນອກນີ້ປາເຄິງທີ່ນຳມາລ້ຽງແມ່ນສາມາດກິນອາຫານສຳເລັດຮູບໄດ້ດີ ໃຊ້ເກືອ 1 ຄັ້ງ/ວັນ ໃຫ້ອັດຕາ 2% ຂອງໜັກໂຕ/ວັນ. ແລະ ອາຫານປະສົມໃຫ້ກິນ ຄື: ແປ້ງມັນຕົ້ນ, ເຂົ້າປຽນ, ຮຳເຂົ້າ ແລະ ປານ້ອຍ ນຳມາຕົ້ມໃຫ້ສຸກ ປະສົມເຂົ້າກັນລະອຽດ ນຳໄປອັດໃສ່ເຄື່ອງຈັກເຮັດເປັນກ້ອນ ຈຶ່ງເອົາໄປເກືອ ຖ້າເປັນອານຫານສຳເລັດຮູບໃສ່ທາງລຸ່ມທາດໃຫ້ອາຫານ ແລ້ວຈຸ່ມລົງໃຫ້ກິນເຊັ່ນກັນ. ການລ້ຽງປາພໍ່ແມ່ພັນລ້ຽງໃນອັດຕາຄວາມໜາແໜ້ນ 200 ກິໂລຕໍ່ໄລ. ເປັນປາທີ່ມັກນ້ຳໄຫຼຖ່າຍແທໄດ້ດີ ປາຈະໃຫ້ໄຂ່ ແລະ ນ້ຳເຊື້ອດີກວ່າ.

ການປະກອບສ່ວນ