ອັດຕະປື Attapeu ເຊກອງ Se k ong ຈຳປາສັກ Champasak ສາລາວັນ Salavan ສະຫວັນນະເຂດ Savanakhet ຄຳມ່ວນ Khammouane ບໍລິຄຳໄຊ Bolikhamsai ນະຄອນຫຼວງວຽງຈັນ Vientiane Capital ຊຽງຂວາງ Xiengkhouang ໄຊສົມບູນ Xaisomboun P ro vince ວຽງຈັນ Vientiane P ro vince ຫົວພັນ Hua Phan ໄຊຍະບູລີ Sayabouly ຫຼວງພະບາງ Luang Ph r abang ອຸດົມໄຊ Oudomxay ບໍ່ແກ້ວ Bo k eo ຫຼວງນ້ຳທາ Luang Namtha ຜົ້ງສາລ Phongsali

ປາເຄິງເປັນປານ້ຳຈືດຊະນິດນຶ່ງບໍ່ມີເກັດ ເປັນປາຂະໜາດໃຫຍ່ ຕະກຸນປາເຄິງຈະລວມມີທັງໝົົດກວ່າ 30 ຊະນິດ ແຕ່ລະຊະນິດ ຈະມີຄວາມແຕກຕ່າງກັນ ທາງດ້ານຮູບຮ່າງ ແລະ ສີສັນ, ຊະນິດທີ່ນຳມາລ້ຽງເອົາມາຈາກແມ່ນ້ຳຂອງ ມີຊື່ວິທະຍາສາດວ່າ Hymibagrus wychioides, ຊື່ພາສາອັງກິດ Red tail mystus, ຂະໜາດຄວາມຍາວສຸດ 130 cm (SL), ນ້ຳໜັກສຸດ 45-70 kg (Chaux and Fang, 1949). ແຜ່ຈະຈາຍຢູ່ທະວີບອາຊີບໍລິເວນຕອນກາງຂອງ ມະຫາສະມຸດດີນເດຍ ໄດ້ແກ່ປະເທດ ກຳປູເຈຍ, ຫວຽດນາມ, ລາວ, ໄທ, ແຫຼມມາລາ ຢູ່ເກາະບ໋ອກກຽວສຸມາຕາ ຂອງອິນໂດເນເຊຍ (Ng and Ranboth, 1999). ສຳລັບປະເທດລາວມີຢູ່ໃນແມ່ນ້ຳຂອງ ແລະ ສາຂາຂອງມັນ  ມັກອາໃສຢູ່ລະດັບລຸ່ມຂອງແມ່ນ້ຳຂະໜາດກາງ ແລະ ໃຫຍ່ ທີ່ມີພື້ນເປັນຫິນແຮ່ ຫຼື ພະລານຫິີນ ມັກຢູ່ວັງນ້ຳເລິກໃນລະດູແລ້ງ (Ian G. Baird, 1999).

ປາເຄິງຈະບໍ່ມັກເຄື່ອນຍ້າຍຖິ່ນ ຈະວາງໄຂ່ໃນຖີ່ນທີ່ອາໄສຢູ່ ຈະເຂົ້າໄປຢູ່ບໍລິເວນປ່າທີ່ມີນ້ຳຖ້ວມໃນເວລາທີ່ມີນ້ຳຫຼາຍ ຊ່ວງເດືອນ 7-8 ສາກົນ (Fishbase, 2005). ຈະອອກໄຂ່ໃນຊ່ວງຕົ້ນລະດູຝົນ ແລະ ສາມາດປະສົມພັນໄດ້ຕັ້ງແຕ່ເດືອນ 5-7 ສາກົນ. ການລ້ຽງລູກປາເປັນປາພໍ່ແມ່ພັນ ປະສົມພັນໄດ້ຕ້ອງມີອາຍຸ 4 ປີ, ນ້ຳໜັກ 2.5 ກິໂລຫຣາມຂຶ້ນໄປ, ປາແມ່ຈະໃຫ້ໄຂ່ 15.000-20.000 ໜ່ວຍຕໍ່ນ້ຳໜັກປາ 1 ກິໂລກຣາມ.

ການປະກອບສ່ວນ