ການປະສົມພັນປາເຄິງ
ການສຶກສາຄົ້ນຄວ້າການປະພັນປາເຄິງ ຢູ່ ສປປ ລາວ ໃນເບື້ອງຕົ້ນແມ່ນມີ 2 ແຫ່ງ ໃນປີ 2006 ຄື: ສູນຄົ້ນຄວ້າການປະມົງ ຢູ່ສະຖານີຄົ້ນຄວ້າປາພື້ນເມືອງບ້ານຫາດ ເມືອງໂຂງ ແຂວງ ຈຳປາສັກ ແມ່ນນຳປາພໍ່ແມ່ພັນມາຈາກແມ່ນ້ຳຂອງໂດຍກົງ ແລະ ຟາມລ້ຽງປາຂອງເອກະຊົນ (ຄຳເສັງຟາມ) ຢູ່ ກິໂລແມັດທີ 21 ທາງໄປທ່າງອນ ເຊິ່ງໄດ້ແນວພັນທີ່ນຳເຂົ້າມາແຕ່ປະເທດໄທ.
ຜ່ານການສຶກສາຄົ້ນຄວ້າເຫັນວ່າ ປາເຄິງສາມາດເຮັດການປະສົມພັນໄດ້ທັງ 3 ວິທີດ້ວຍກັນຄື: ການປະສົມພັນແບບທຳມະຊາດ, ແບບເຄິງທຳມະຊາດ ແລະ ການປະສົມພັນທຽມ (ສົມພັນ, 2011) ເຊິ່ງມີຂັ້ນຕອນດັ່ງລຸ່ມນີ້:

ການປະສົມພັນແບບທຳມະຊາດ
    ແບບທຳມະຊາດ ສາມາດເຮັດໄດ້ທົ່ວໄປ ຖ້າຫາກມີປາພໍ່ແມ່ພັນທີ່ນຳມາລ້ຽງໄວ້ໃນໜອງໄດ້ 1.5 ປີຂຶ້ນໄປ. ວິທີນີ້ບໍ່ໄດ້ໃຊ້ຮໍໂມນພຽງແຕ່ເຮັດແກັດ 4 ລ່ຽມ ຂະໜາດ 1 m x 1 m x 0.36 m (ລວງຍາວ x ລວງກວ້າງ x ລວງສູງ), ເມື່ອຮອດລະດູການປະສົມພັນ ຊ່ວງເດືອນ 6-7 ສາກົນ ປາພໍ່ແມ່ພັນຈະເຮັດເປັນຂຸມໆ ໄວ້ຢູ່ຕາມພື້ນໜອງ ແລ້ວເຮົານຳເອົາແກັດໄມ້ໄປວາງປະໄວ້ໃນຂຸດດັ່ງກ່າວ, ປາພໍ່ແມ່ພັນຈະເຂົ້າໄປໃນແກັດເພື່ອປະສົມພັນແລ້ວວາງໄຂ່ໄວ້ໃນແກັດໄມ້ ຈາກນັ້ນຈຶ່ງໄປເອົາແກັດອອກມາເກັບເອົາໄຂ່ໄປຝັກຢູ່ໃນອ່າງ. 

LARReC

ຮັງໄຂ່ປາເຄິງທີ່ເຮັດດ້ວຍໄມ້ ປາຈະປະສົມພັນກັນແລ້ວໄປໄຂ່ປະໄວ້ຂ້າງໃນແກັດ

ການປະສົມພັນ ແບບເຄິງທຽມເຄິ່ງທຳມະຊາດ 
ວິທີນີ້ແມ່ນແບບປ່ອຍໄລ່ ໂດຍການກາງກະຊັງແຍ່ງຂຽວ ຂະໜາດ 4 m x 3 m x 1 m (ລວງຍາວ x ລວງກວ້າງ x ລວງສູງ) ໃສ່ຢູ່ໜອງ ພ້ອມທັງແກັດໄມ້ລົງໃສ່ອັນໜຶ່ງປະໄວ້ ຫຼັງຈາກນັ້ນຈຶ່ງໄປຄັດເລືອກເອົາປາພໍ່ແມ່ພັນທີ ໃຫ້ໄຂ່ ແລະ ນ້ຳເຊື້ອ ມາສັກຮໍໂມນແລ້ວປ່ອຍລົງໃສ່ນຳກັນ. ປາແມ່ພັນແມ່ນສັກຮໍໂມນເປັນເມັດທີ່ປຸງແຕ່ງຂຶ້ນເອງ (Implant pelleted hormone) 1 ເຂັມ ໂດ 100 ໄມໂກຣກຣາມຕໍ່ 1 ກິໂລ ປາແມ່ (ສ່ວນປະສົມຂອງຢາເມັດມີ Cholesterol 85% + Cellulose 15% + Margarine 5% + Suprefact 100 µg) ແລະ ປາພໍ່ພັນແມ່ນສັກຮໍໂມນ ຊຸບເປີແຝັກ (suprefact) 30 ໄມໂກຣກຣາມຕໍ່ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ, ສັກຊ່ວງ 5 ໂມງແລງ ຫຼັງຈາກສັກຮໍໂມນໄດ້ປະມານ 20 ຊມ ປາແມ່ກໍ່ຈະເຂົ້າໄປໃນແກັດໄມ້ເພື່ອປະສົມພັນກັນ ແລະ ປ່ອຍໄຂ່ໃສ່ແກ່ໄມ້ໄວ້. ວິທີນີ້ບໍ່ສີ້ນເປືອປາພໍ່ພັນ ເພາະບໍ່ໄດ້ມີການຜ່າຕັດເອົານ້ຳເຊື້ອປາຜູ້. 

LARReC

ຮັງໄຂ່ປາເຄິງທີ່ເຮັດດ້ວຍໄມ້ ປາຈະປະສົມພັນກັນແລ້ວໄປໄຂ່ປະໄວ້ຂ້າງໃນ

ການປະກອບສ່ວນ