ການປະສົມພັນທຽມ
ປາພໍ່ພັນ

ປາພໍ່ພັນແມ່ນສັກຄັ້ງດຽວ ສັກພ້ອມປາແມ່ເຂັມທີ 1 ສັກຮໍໂມນ ຊຸບເປີແຝັກ (suprefact) 30 ໄມໂກຣກຣາມຕໍ່ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ ຫຼັງຈາກສັກຮໍໂມນໄດ້ 16 ຊມ ກໍ່ຜ່າຕັດເອົານ້ຳເຊື້ອເກັບໄວ້ປະສົມກັບໄຂ່ໄດ້. ການເກັບນ້ຳເຊື້ອປາພໍ່ພັນແມ່ນເອົາຖົງນ້ຳເຊື້ອມາເຈືອຈາງກັບນ້ຳເກືອ 0.9% (NaCl 0.9%) ອັດຕາ 5 ຊີຊີ/1 ກຣາມ ນ້ຳເຊື້ອ ແລ້ວເກັບຮັກສາໄວ້ຖັງນ້ຳແຂງ ຫຼື ຕູ່ເຢັນທີ່ມີອຸນຫະພູມ 4-6 ອົງສາ ຈະສາມາດເກັບນ້ຳເຊື້ອທີ່ແຂງແຮງໄວ້ໄດ້ 6-8 ຊົ່ວໂມງ.

LARReC

ການຜ່າຕັດເກັບເອົານ້ຳເຊື້ອປາພໍ່ພັນປາເຄິງ ໄວ້ປະສົມກັບໄຂ່

ປາແມ່ພັນ
ປາແມ່ພັນສັກ 2 ຄັ້ງ ໄລຍະຫ່າງກັນ 6 ຊມ ຄື: ຄັ້ງທີ່ 1 ສັກຊ່ວງ 6 ໂມງແລງ, ສັກຮໍໂມນ hCG ໂດ 500 IU.kg ປາແມ່ ແລະ ຈາກນັ້ນ 6 ຊມ ກໍ່ສັກຄັ້ງທີ 2, ສັກຮໍໂມນ ຊຸບເປີແຝັກ (suprefact) 30 ໄມໂກຣກຣາມຕໍ່ປະສົມກັບຢາໂມຕີລຽມ (Motilium) 10 ມີລີກຣາມ ຫຼັງຈາກສັກຮໍໂມນເຂັມທີ່ 2 ໄດ້ 6-8 ຊມ ກໍ່ຮີດໄຂ່ປາແມ່ໄດ້. 

LARReC

ການຝັກໄຂ່ປາເຄິງທີ່ໄດ້ຈາກການປະສົມພັນ 3 ຮູບແບບ ໃສ່ອ່າງ

ການປະສົມໄຂ່ກັບນ້ຳເຊື້ອ
ຫຼັງຈາກຮີດໄຂ່ອອກມາ ອັດຕາສ່ວນປະສົມກັບນ້ຳເຊື້ອແມ່ນ ໄຂ່ຈຳນວນ 1 ກຣາມ ໃສ່ນ້ຳເຊື້ອ ທີ່ເກັບໄວ້ 0.5 ມີລີລິດ ໃຊ້ຂົນໄກ່ ຫຼື ໄມ້ດ້າມຂົນໄຂ່ທີ່ເຮັດດ້ວຍປລາສະຕິກອ່ອນໆ ຄົນໃຫ້ເຂົ້າກັນ ປະມານ 10 ວິນາທິ ຈຶ່ງເຕີມນ້ຳເກືອ (0.9%) 5 ml ລົງໄປ ສືບຕໍ່ຂົນໃຫ້ທົ່ວ ປະມານ 20 ວິນາທີ ຈຶ່ງເຕີມນ້ຳສະອາດອີກ 100 ml ຂົນໃຫ້ທົ່ວ ແລ້ວຖອກນ້ຳອອກຈິ່ງນຳໄປຝັກໃນແຕະນ່າງຝັກໄຂ່. 

ການຝັກໄຂ່
ໄຂ່ປາເຄິງເປັນໄຂ່ຫນຽວ ຈົມຕິດກັບວັດຖຸ ສະນັ້ນການຝັກໄຂ່ຈຶ່ງສາມາດເຮັດໄດ້ 2 ວີທີດ້ວຍກັນ ຄື: ຝັກໄສ່ໃສ່ແຕະແຍງຂຽວແມ່ນເອົານ້ຳເຊື້ອປະສົມໄຂ່ ແລ້ວກໍ່ນຳໄປຝັກເລີຍ ແລະ ສ່ວນການຝັກໃສ່ຈວຍແກ້ວ ແມ່ນຕ້ອງໄດ້ລ້າງດ້ວຍຂີ້ຕົມ ຫຼື ດິນສໍຟອງ ໃຫ້ສານໜຽວຂອງໄຂ່ອອກໝົດກ່ອນ ຈຶ່ງນຳໄປຝັກໃສ່ຈວຍ ທີ່ມີລະບົບນ້ຳໝູນວຽນ, ການຝັກໄຂ່ໃຊ້ເວລາ 28-32 ຊົວໂມງ, ອຸນຫະພູມ 25-30 ອົງສາ, ໄຂ່ກໍ່ຈະແຕກ. ການຝັກໄຂ່ຈະແຕກໄວ ຫຼື ຊ້າແມ່ນຂຶ້ນກັບອຸນຫະພູມນ້ຳ. 

LARReC

ການຝັກໄຂ່ປາເຄິງໃສ່ຈວຍແກ້ວ ທີ່ມີລະບົບນ້ຳໝູນວຽນ ຈະໄດ້ຮັບຜົນດີກວ່າການຝັກແບບຈົມຕິດວັດຖຸ

ການປະກອບສ່ວນ