ການລ້ຽງເປັນປາຊີ້ນ
ການລ້ຽງມີການຈັດການດີ, ໃຫ້ອາຫານພຽງພໍ ແລະ ຖືກຕາມເຕັກນິກ ຈາກການທົດລອງຢູ່ສະຖານີຫຼັກແປດປາກເຊ, ຟາມລ້ຽງປາຢູ່ ບ້ານໂຕະໂໝະທ່າ ເມືອງປະທຸມພອນ ແລະ ສະຖານີລ້ຽງປານ້ຳຫຸມ ໃນເນື້ອທີ່ໜອງ 1 ໄລ່ ໂດຍການລ້ຽງຮ່ວມກັບປານິນ ພາຍໃນ 1 ປີ ຈະມີນ້ຳໜັກ ສະເລ່ຍ 500 ກຣາມ ປະສິດທິພາບຂອງການແລກປ່ຽນອາຫານຕໍ່ນ້ຳໜັກໂຕ (FCR=3.5) ແລະ ການລ້ຽງປາເຄິງ ໃສ່ກະຊັງ ຂະໜາດ 2 x 2 x 3 ແມັດ ຈຳນວນ 250 ໂຕຕໍ່ກະຊັງ ໃນປີ 2008 ດ້ວຍອາຫານທີ່ມີ ໂປຼຕີນ 30% ຮ່ວມກັບຂີ້ກະເດືອນ ແລະ ຮ່ວມກັບຫອຍປາກກວ້າງໃນອັດຕາ 5% ຂອງນ້ຳໜັກປາ ໃຊ້ໄລຍະເວລາ 5 ເດືອນ ປາເຄິງມີນ້ຳໜັກ ສະເລ່ຍ 50-60 ກຣາມຕໍ່ໂຕ. ປາເຄິງເປັນປາທີ່ມີນິໃສກິນກັນເອງ ດັ່ງນັ້ນການໃຫ້ອາຫານພວກເຮົາໄດ້ນຳໃຊ້ກະບອກໄມ້ໄຜ່ ຂະໜາດເສັ້ນຜ່າສູນກາງ 3 ຊັງຕີແມັດ ຍາວ 20 ຊັງຕີແມັດ, ໃສ່ 5 ທ່ອນຕໍ່ກະຊັງ ຂະໜາດ 2 x 2 x 3 ແມັດ ເຫັນວ່າປາມືອັດຕາການລອດຕາຍສູງເຖິງ 70% ຈາກໜອງອະນຸບານ ສຳລັບປາທີ່ອ່ອນແອ ຫຼື ບໍແຂງແຮງມັນຈະເຂົ້າໄປລີຊ່ວນຢູ່ໃນກະບອກໄມ້ໄຜ່ (ສູນຄົ້ນຄວ້າການປະມົງ, 2009). ແລະ ການລ້ຽງປາເຄິງໂດຍການນຳໃຊ້ກາກມັນຕົ້ນ ແລະ ຂີ້ເບຍໝັກເປັນອາຫານເກືອປາເຄິງ ແມ່ນສາມາດໃຫ້ນ້ຳໜັກ ສະເລ່ຍ  0.42 g/ມື້ ເປັນອີກທາງເລືອກໜຶ່ງເພື່ອຫຼຸດຜ່ອນຕົ້ນທຶນການຜະລິດໄດ້ (ສົມພັນ ແລະ ຄະນະ, 2017).

LARReC
ລູກປາເຄິງທີ່ໄດ້ຈາກການຄົນຄວ້າທົດລອງ ແລ້ວເກັບໄວ້ເປັນແນວພັນທົດແທນ ລູກປາອາຍຸ 6 ເດືອນ

 

ການປະກອບສ່ວນ