ເຂົ້າໄກ່ນ້ອຍແດງ / Red Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນແຂງແຮງທໍາມະດາ, ບໍ່ລົ້ມ, ລຳຕົ້ນບາງ, ສູງ 107−120 ຊມ, ສີຄໍາອ່ອນ, ປ້ອງລຳຕົ້ນສີຄໍາອ່ອນ, ມີ 5−8 ຕົ້ນຕໍ່ສຸ່ມ. ແຜ່ນໃບຊາສີຂຽວເຂັ້ມ, ໃບເຕື່ອຍ, ກາບໃບສີຂຽວ. ມູມໃບຕັ້ງຊື່. ລີ້ນໃບປາຍກົ່ງ ສີຂາວ. ຄໍໃບສີຂຽວອ່ອນ, ຫູໃບສີຂຽວ. ຮວງໜາ, ຮວງກ່ອງ, ຍາວ 27−31 ຊມ, ການແຕກກິ່ງຂັ້ນທີ 2 ຂອງຮວງຫຼາຍ. ເກສອນແມ່ສີເຫຼືອງ. ຫາງເຂົ້າສັ້ນແລະ ມີບາງເມັດ, ສີແດງ. ເມັດເຕັມຫຼາຍ>90%, ລົ່ນຈາກຮວງ 1−5%, ເມັດສີນໍ້າຕານ, ປີກເຂົ້າສີແດງ. ເປືອກເມັດເຂົ້າສີແດງ, ກ້ຽງ. ນ້ຳໜັກ 1000 ເມັດ (28.64 ກຣາມ), ຂະໜາດ 7.56 x 3.75 ມມ, ໜາ 2.42 ມມ, ເຈັ້ຍຫູ້ມເມັດເຂົ້າສານ ສີຂາວ, ມີກີ່ນຫອມ. ອາຍຸອອກດອກ 126−132 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວ່ານ, 4−6 ໂຕນ/ເຮັກຕາ, ລາຄາເຂົ້າເປືອກ 4000ກີບ/ກລ, 8000ກີບ/ກລ, ເປັນສິນຄ້າທີ່ມີຄວາມຕ້ອງການສູງ

ການປະກອບສ່ວນ