ການອະນຸບານລູກປາຢູ່ໃນໜອງດິນ
ກຽມໜອງອະນຸບານພ້ອມຊ່ວງທີ່ນຳເອົາປາພໍ່ແມ່ພັນຂຶ້ນມາ ປະສົມພັນ ກ່ອນອື່ນ ແມ່ນອະນາໄມໜອງໃຫ້ສະອາດງາມດີ, ດູດອອກໃຫ້ໝົດ ແລ້ວຫວານປູນຂາວໃຫ້ທົ່ວ ໃນອັດຕາ 0.1 ກິໂລ/ຕາເມັດ ຕາກໜອງໄວ້ໃຫ້ແຫ້ງດີ 2 ວັນ ຈຶ່ງເອົານ້ຳເຂົ້າ ແລະ ໃສ່ຝຸ່ນຄອກ ປະມານ 400-600 ກີໂລກຣາມຕໍ່ໄລ່ ເພື່ອສ້າງໄຮນ້ຳໃນໜອງ. ຫຼັງຈາກນັ້ນອີກ 5 ວັນ ຈຶ່ງນຳເອົາ ລູກປາລົງປອຍ ໃນອັດຕາ 500 ໂຕຕໍ່ຕາແມັດ, ອາທິດທຳອິດໃຫ້ອາຫານທີ່ມີໂປຣຕີນ 32-40% ຈົນຮອດຂາຍ. ການໃຫ້ອາຫານ ອາທິດທຳອິດ 15%, ອາທິດທີ 2 ໃຫ້ 10% ໃຫ້ 3 ຄາບ/ວັນ. ເຮັດບ່ອນໃຫ້ອາຫານຕາມແຈໜອງ ຂະໜາດ 1 x 1ເມັດ ສູງຈາກໜ້ານ້ຳ 30 ຊັງຕີແມັດ ແລະ ກ້ອງຕູມແມ່ນເຮັດທາດໃສ່ອາຫານ ຂະໜາດ 50 x 50 cm ເປັນບ່ອນໃສ່ອາຫານໃຫ້ປາ, ລູກປາອາຍຸ 30 ວັນ ຈະມີນ້ຳໜັກ 2-3 ກຣາມ ແລະ ລວງຍາວ 5-7 ຊັງຕີແມັດ.

LARReC
ການເກັບກູ້ລູກປາເຄິງ ທີ່ອະນຸບານຢູ່ໃນໜອງ ອາຍຸ 30 ວັນອອກຈ່ຳໜ່າຍ

 

ການປະກອບສ່ວນ