ມັນຕົ້ນ / Cassava

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Manihot esculenta Crantz / Euphorbiaceae
ຊື່ພ້ອງ
Manihot esculenta var. argentea Cif.
Manihot esculenta var. coalescens Cif.
Manihot esculenta var. debilis Cif.
Manihot esculenta var. digitifolia Cif.
Manihot esculenta subsp. flabellifolia (Pohl) Cif.
Manihot esculenta var. flavicaulis Cif.
Manihot esculenta var. fuscescens Cif.
Manihot esculenta subsp. grandifolia Cif.
Manihot esculenta var. grandifolia Cif.
Manihot esculenta var. nodosa Cif.
Manihot esculenta subsp. peruviana (Müll.Arg.) Allan
Manihot esculenta var. sprucei Lanj.
Manihot esculenta var. tenerrima (Pohl) Cif.
ຊື່ອື່ນ
ລາວ: ມັນຕົ້ນ.
ໄທ: ມັນສຳປະຫຼັງ, ມັນຫີ່ວ
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ, ລຳຕົ້ນປະມານ 1–5 ແມັດ, ມີການແຕກກີ່ງ, ກີ່ງທີ່ແຕກຈາກລຳຕົ້ນ. ຮາກສະສົມອາຫານເປັນແທ່ງໜາຢູ່ໃຕ້ດິນມີປະມານ 5–10 ຮາກຕໍ່ຕົ້ນ. ໃບດ່ຽວອອກລຽງສະຫຼັບເກີດວຽນສະຫຼັບຮອບລຳຕົ້ນ, ຂອບໃບແຍກເປັນແສກປະມານ 3–9 ແສກ, ວ້ຳເລີກເກືອບເຖີງໂຄນໃບ, ໃນແຕ່ລະແສກມີລັກສະນະເປັນຮູບຂອບຂະໜານແກມຮູບໄຂ່, ແກມຮູບຫອກ ຫຼື ກມຮູບດາບ, ປາຍໃບແຫຼມ, ຂອບໃບລຽບມີຂະໜາດກວ້າງປະມານ 3–5 ຊັງຕີແມັດ ແລະ ຍາວປະມານ 10–15 ຊັງຕີແມັດ, ດ້ານເທີງກ້ຽງບາງທີເປັນສີແດງ. ດອກມັນຕົ້ນອອກດອກເປັນຊໍ່ໂດຍຈະອອກຕາມຊອກໃບ ແລະ ປາຍກີ່ງຍາວປະມານ 3–10 ຊັງຕີແມັດ, ຊໍ່ດອກເພດຜູ້ ແລະ ເພດແມ່ຢູ່ຕົ້ນດຽວກັນແຕ່ຢູ່ຄົນລະຕຳແໜ່ງ. ໝາກ ກົມມີຂະໜາດເສັ້ນຜ່າສູນກາງປະມານ 1.5 ຊັງຕີແມັດ, ກ້ຽງ ແລະ ມີປີກແຄບໆ ຕາມທາງຍາວ ພາຍໃນໝາກຈະມີເມັດ 3 ເມັດ.

ບັນຍາຍການນຳໃຊ້

ມັນຕົ້ນເປັນພືດອາຫານທີ່ມີຄວາມສຳຄັນເປັນອັນດັບ 5 ຂອງໂລກ (ຮອງຈາກຈາກເຂົ້າສາລີ, ສາລີ, ເຂົ້າ ແລະ ມັນຝຣັ່ງ) ໂດຍເປັນພືດອາຫານທີ່ມີຄວາມສຳຄັນຫຼາຍຂອງປະເທດເຂດຮ້ອນໂດຍການນຳມາຮັບປະທານສົດ, ຕົ້ມ, ໜື່ງ, ຈີ່, ອົບ, ເຊື່ອມ ຫຼື ເຮັດເປັນແປ້ງແລ້ວແປຮູບເປັນອາຫານຊະນິດຕ່າງໆຕະຫຼອດຈົນນຳມາຝານເປັນແຜ່ນແລ້ວທອດ. ໃນທາງເພສັຊວິທະຍາພົບວ່າມັນຕົ້ນມີລິດຕ້ານເຊື້ອແບັກທີເຣຍ, ຕ້ານເຊື້ອໄວຣັສ, ຢັບຢັ້ງຄໍເລສເຕີລໍໃນເລືອດສູງ, ຢັບຢັ້ງໄຂມັນໃນເລືອດສູງ, ຢັບຢັ້ງການສ້າງເອສເຕີຂອງຄໍເລສເຕີລໍ. ໃບອ່ອນນຳມາຕົ້ມໃຫ້ສຸກໃຊ້ຮັບປະທານຊ່ວຍແກ້ບັນຫານການຂາດວິຕາບີ 1.

ການປະກອບສ່ວນ